ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງຂະແໜງຮູບເງົາປະຕິວັດຫວຽດນາມ
ກປ.ອອນໄລ - ຕອນເຊົ້າວັນທີ 15 ມີນາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ສົມທົບກັບສະມາຄົມຮູບເງົາຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈີມິນ ເຊັນລັດຖະບັນຍັດສ້າງຕັ້ງຂະແໜງຮູບເງົາປະຕິວັດຫວຽດນາມ (15-3-1953 / 15-3-2023). ເຂົ້າຮ່ວມພິທີມີທ່ານ ຫງວຽນຈ້ອງເຫງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ.
    |
 |
ລາຍການສິລະປະທີ່ພິທີ. ພາບ: qdnd.vn |
ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນຈ້ອງເຫງ້ຍ ຊົມເຊີຍຖັນແຖວນັກສິລະປິນ, ບັນດາຜູ້ທີ່ເຮັດວຽກໃນຂະແໜງຮູບເງົາທົ່ວປະເທດ; ຍ້ອງຍໍຊົມເຊີຍບັນດາຜົນງານຂອງການປະຕິວັດຫວຽດນາມ ທີ່ບັນລຸໄດ້ໃນ 70 ປີຜ່ານມາ. ທ່ານ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ ເພື່ອສືບຕໍ່ປະກອບສ່ວນພັດທະນາພາລະກິດຮູບເງົາໃນເງື່ອນໄຂເສດຖະກິດຕະຫຼາດ, ຫັນເປັນທົ່ວໂລກ ແລະການປະຕິວັດອຸດສາຫະກໍາ ຄັ້ງທີ 4, ບົນຈິດໃຈເຊື່ອມຊຶມແນວທາງວັດທະນະທໍາ-ສິລະປະຂອງພັກ, ຂະແໜງຮູບເງົາຄວນແກ້ໄຂບັນດາຂໍ້ຈຳກັດ; ຍູ້ແຮງວຽກງານຄຸ້ມຄອງລັດ ກໍ່ຄືວຽກງານສະມາຄົມ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຫົວຄິດປະດິດສ້າງ, ຈິດໃຈຮັບຜິດຊອບຂອງພະນັກງານ, ສະມາຊິກສະມາຄົມ.
ສະມາຄົມຮູບເງົາຫວຽດນາມ ຄວນປະຕິບັດບົດບາດໄຈ້ແຍກຕີລາຄາສັງຄົມ, ສະເໜີຄວາມເຫັນກັບອົງການຄຸ້ມຄອງເພື່ອສືບຕໍ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດຂອງຂະແໜງຮູບເງົາ. ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ສືບຕໍ່ຫັນບັນດາມະຕິຂອງພັກກ່ຽວກັບວັດທະນະທໍາ, ວັນນະຄະນະດີ-ສິລະປະເປັນກົດບັນຢັດ, ຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍຮູບເງົາ; ປະຕິບັດຍຸດທະສາດວາງແຜນກຳນົດເປັນຢ່າງດີ ແລະພັດທະນາຮູບເງົາ ເພື່ອແນໃສ່ສ້າງສາ, ພັດທະນາພື້ນຖານອຸດສາຫະກໍາຮູບເງົາຫວຽດນາມ ຕາມທິດທັນສະໄໝ, ຮັບປະກັນສີສັນຂອງຊາດ, ຕອບສະໜອງຄວາມຕ້ອງການກ່ຽວກັນຊີວິດທາງວັດທະນະທໍາ, ຈິດໃຈຂອງປະຊາຊົນ.
ໂດຍ: ຈາງຫງວຽນ