ຫວ່າງມໍ່ໆມານີ້, ຢູ່ນະຄອນຫຼວງ Brasilia, ບຣາຊິນ, ສະຖານທູດຫວຽດນາມ ປະຈຳ ບຣາຊິນ ໄດ້ສົມທົບກັບສະຫະພັນການຄ້າສິນຄ້າ, ການບໍລິການ ແລະການທ່ອງທ່ຽວຂອງເມືອງ Fecomercio-DF ພ້ອມກັບສະຖາບັນສົ່ງອອກໜຸ່ມ (IJEx) ຈັດເຫດການ “ກາເຟ ພ້ອມກັບເອກອັກຄະລັດຖະທູດ - ຮູບແບບຫວຽດນາມ”. ສະຖານທູດຫວຽດນາມ ປະຈຳ ບຣາຊິນ ໄດ້ວາງສະແດງບັນດາຜະລິດຕະພັນຫັດຖະກຳ, ຜະລິດຕະພັນກະເສດ, ພາບຖ່າຍ ແລະສາຍບັນດາວີດີໂອໂຄສະນາກ່ຽວກັບການທ່ອງທ່ຽວຫວຽດນາມ.

leftcenterrightdel
ທ່ານນາງ ຟ້າມທິກິມຮວາ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ບຣາຊິນ ກ່າວຄຳເຫັນທີ່ເຫດການ. ພາບ:  ສໍານັກຂ່າວສານຫວຽດນາມ

ທີ່ເຫດການ, ທ່ານນາງ ຟ້າມທິກິມຮວາ  ເອກອັກຄະລັດຖະທູດຫວຽດນາມ ປະຈຳ ບຣາຊິນ ເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍໃນການເຊື່ອມຕໍ່ກັບບັນດາວິສາຫະກິດ, ເປີດກວ້າງກາລະໂອກາດຮ່ວມມື ກໍ່ຄືກາລະໂອກາດເພື່ອໂຄສະນາພາບພົດຫວຽດນາມ ຢູ່ບຣາຊິນ. ທ່ານນາງເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ກຽມພ້ອມຮັບເອົາບັນດາແນວຄວາມຄິດຮ່ວມມືໃໝ່ກັບບັນດາວິສາຫະກິດບຣາຊິນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດ.

ໂດຍ: ທະນາພອນ