leftcenterrightdel
ຜູ້ຕາງໜ້າອຳນາດການປົກຄອງ ແລະ ຊາວບ້ານພ້ອມກັນລົງທົ່ງນາ ເພື່ອດຳເນີນການໄຖນາ ແລະ ຫວ່ານກ້າ. ພາບ: vov.vn

ພິທີດັ່ງກ່າວປະກອບດ້ວຍຫຼາຍຂັ້ນຕອນເຊັ່ນ: ພິທີບູຊານາງຮັນ (ຜູ້ຈາກສະຫວັນຊັ້ນຟ້າຖືກຈັດສົ່ງມາຍັງໂລກມະນຸດເພື່ອຊ່ວຍປະຊາຊົນຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ປ້ອງກັນປະເທດ; ພິທີໄຫວ້ບູຊາພະອໍລະຫັນຜູ້ກໍ່ຕັ້ງໝູ່ບ້ານ, ພິທີໄຫວ້ບູຊາເຈົ້າປ່າ, ເຈົ້າພູ... ຕໍ່ຈາກນັ້ນ ແມ່ນຂັ້ນຕອນຈັດງານບຸນ, ຜູ້ຕາງໜ້າອຳນາດການປົກຄອງ ແລະ ຊາວບ້ານພ້ອມກັນລົງທົ່ງນາ ເພື່ອດຳເນີນການໄຖນາ ແລະ ຫວ່ານກ້າ, ຫວັງໃຫ້ປີໃໝ່ ດິນຟ້າອາກາດອຳນວຍຄວາມສະດວກ. ນອກນີ້, ຍັງມີການຫຼີ້ນເກມພື້ນເມືອງຄື: ໂຍນໝາກຄອນ, ຍິງທະນູ, ດຶງເຊືອກ, ສະແດງສິລະປະ…

ກໍໃນວັນດຽວກັນ, ຢູ່ເມືອງ ຈຽມຮວ່າ, ແຂວງ ຕວຽນກວາງ ໄດ້ຈັດຕັ້ງງານບຸນລົງທົ່ງ ອັນໄດ້ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວນັບພັນຄົນເຂົ້າຮ່ວມ.

ແຫຼ່ງຄັດຈາກ: vovworld.vn