leftcenterrightdel
ຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນລຸງໂຮ່ ຢ້ຽມຢາມຫວິງຟຸກ. ພາບ: nhandan.vn

ຕາມນັ້ນແລ້ວ, ແຂວງ ຫວິງຟຸກ ໄດ້ຍູ້ແຮງບັນດາການເຄື່ອນໄຫວໂຄສະນາກ່ຽວກັບຄວາມໝາຍຂອງເຫດການ 60 ປີແຫ່ງວັນລຸງໂຮ່ ມາຢ້ຽມຢາມແຂວງຫວິງຟຸກ; ຈັດຕັ້ງລາຍການສະແດງສິລະປະ ‘’ບຸນເຕັດ ຢູ່ຫວິງຝຸກ", ມອບລາງວັນໃຫ້ການປະດິດແຕ່ງ, ໂຄສະນາບັນດາບົດວັນນະຄະດີ, ສິລະປະ, ສື່ມວນຊົນກ່ຽວກັບຫົວຂໍ້ “ຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ ແລະແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ”; ການໂອ້ລົມສົນທະນາວິທະຍາສາດດ້ວຍຫົວຂໍ້ “60 ປີແຫ່ງວັນຫວິງຟຸກ ປະຕິບັດຕາມຄໍາສັ່ງສອນຂອງລຸງໂຮ່”; ຍູ້ແຮງການໂຄສະນາບັນດາຜະລິດຕະພັນວັດທະນະທຳ ແລະການທ່ອງທ່ຽວຫວິງຟຸກ ແລະບັນດາເຂດປູສະນີຍະສະຖານທີ່ຕິດພັນກັບປະທານ ໂຮ່ຈີມິນ...

ໂດຍ: ທະນາພອນ