leftcenterrightdel
ຜູ້ທີ່ຂຽນໂຕໜັງສືທີ່ງານມະໂຫລານໜັງສືລະດູບານໃໝ່. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍໃຕ້ຫົວຂໍ້ “ເຄົາລົບນັບຖືຄູບາອາຈານ”, ງານບຸນໜັງສື ໄດ້ເຊີດຊູມູນເຊື້ອມັກຮຽນ, ເຄົາລົບນັບຖືຄູບາອາຈານຂອງປະເທດຊາດ. ຜູ້ທີ່ຂຽນໂຕໜັງສື ຮ໊ານ - ໂນມ (ໜັງສືບູຮານ) ແລະພາສາຫວຽດນາມ ຈໍານວນ 50 ຄົນ ໄດ້ນໍາເອົາຄວາມມຸ່ງຫວັງອັນດີງາມມາໃຫ້ຜູ້ຊົມ ແລະນັກທ່ອງທ່ຽວ. ງານບຸນໜັງສືລະດູບານໃໝ່ປີນີ້ຍັງມີການເຂົ້າຮ່ວມຂອງຫຼາຍໝູ່ບ້ານອາຊີບຫັດຖະກຳມູນເຊື້ອ (ແພໄໝ, ສີນ້ຳມັນ, ດິນເຜົາ…) ພ້ອມກັບການລະຫຼິ້ນພື້ນເມືອງ, ລາຍການສະແດງສິລະປະຂອງປະເທດຊາດ ຫຼາຍຢ່າງ ແລະບຸນປ່ອຍໂຄມໄຟ. ງານບຸນໜັງສືລະດູບານໃໝ່ແກ່ຍາວໄປຮອດວັນທີ 29 ມັງກອນ ຈຶ່ງອັດລົງ.

ໂດຍ: ຈາງຫງວຽນ