leftcenterrightdel
ບັນດານັກປາຖະກະຖາເຂົ້າຮ່ວມການພົບປະແລກປ່ຽນ, ການໂອ້ລົມສົນທະນາ. ພາບ: ຮົ່ງຢາງ.

ການເຄື່ອນໄຫວເຫຼົ່ານັ້ນດໍາເນີນຮອດວັນທີ 24 ພະຈິກ ຢູ່ຖະໜົມປຶ້ມນະຄອນໂຮ່ຈີມິນ ດ້ວຍຈຸດພົ້ນເດັ່ນແມ່ນງານວາງສະແດງບັນດາສື່ສິ່ງພິມ, ປຶ້ມ, ເອກະສານ, ຮູບພາບກ່ຽວກັບຊີວິດ ແລະພາລະກິດປະຕິວັດຂອງສະຫາຍ ຫວໍ້ວັນກຽດ. ງານວາງສະແດງຢັ້ງຢືນການອຸທິດສ່ວນອັນໃຫຍ່ຫຼວງຂອງສະຫາຍຕໍ່ພາລະກິດປະຕິວັດຂອງພັກ ແລະປະເທດຊາດ, ນໍາໜ້າໃນກິດຈະການປ່ຽນແປງໃໝ່ດ້ວຍບັນດາຂີດໝາຍສໍາຄັນໃນການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ ແລະການພົວພັນຕ່າງປະເທດ, ພ້ອມທັງສະແດງອາລົມຈິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນນະຄອນໂຮ່ຈີມິນ ທີ່ມີຕໍ່ສະຫາຍ ຫວໍ້ວັນກຽດ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ພົບປະແລກປ່ຽນ, ແນະນໍາປຶ້ມ “ສະບາຍດີຮຸ່ນທີ 4” - ປຶ້ມສະບັບພິເສດເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດສະຫາຍ ຫວໍ້ວັນກຽດ ແລະມອບປຶ້ມ “ສະບາຍດີຮຸ່ນທີ 4” 5.500 ຫົວ ໃຫ້ໄວໜຸ່ມນະຄອນ.

ໂດຍ: ຈາງຫງວຽນ