leftcenterrightdel
ຄະນະຈັດຕັ້ງມອບຂອງຂວັນທີ່ລະນຶກໃຫ້ນັກສຶກສາລາວ, ກໍາປູເຈຍ ຢູ່ທີ່ລາຍການ. ພາບ: ໂດ້ຟຸ.

ບັນດາຜູ້ແທນ, ຄອບຄົວຫວຽດນາມ ພ້ອມກັບນັກສຶກສາລາວ, ກໍາປູເຈຍ ແລະພະນັກງານ, ນັກຮົບກອງພັນໃຫຍ່ຢາດິ່ງ ໄດ້ຖະຫວາຍທູບທຽນອາໄລຫາບັນດາວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຮັບຟັງການແນະນໍາ ແລະຊົມຮູບເງົາສາລະຄະດີ, ຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດອຸໂມງໃຕ້ດິນກູຈີ... ບັນດາຜູ້ແທນພ້ອມກັນເຂົ້າຮ່ວມ “ການພົບປະແລກປ່ຽນມິດຕະພາບນັກຮົບເກົ່ານະຄອນໂຮ່ຈີມິນ ກັບນັກສຶກສາລາວ-ກໍາປູເຈຍ ແລະນັກຮົບກອງພັນໃຫຍ່ຢາດິ້ງ”, ຊົມລາຍການສະແດງສິລະປະທີ່ເປັນມູນເຊື້ອຂອງນັກສຶກສາລາວ, ກໍາປູເຈຍ. ລາຍການແມ່ນເພື່ອແນໃສ່ສ້າງສະພາບແວດລ້ອມຕິດພັນກັບອາລົມຈິດຄວາມຮັກແພງ, ຍົກສູງຄວາມເຂົ້າໃຈໃຫ້ນັກສຶກສາລາວ, ກໍາປູເຈຍ ກ່ຽວກັບປະເທດ, ປະຊາຊົນ, ວັດທະນະທໍາ, ປະຫວັດສາດມູນເຊື້ອຂອງຫວຽດນາມ.

ໂດຍ: ຈາງຫງວຽນ