leftcenterrightdel
ອ່າວຮະລອງ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍຫົວຂໍ້ວ່າ “ການຟື້ນຟູຂອງການທ່ອງທ່ຽວພາກພື້ນອາຊີຕາເວັນອອກໃນສັງກາດປົກກະຕິໃໝ່”, ເວທີປາໄສມີແຂກຖືກເຊີນປະມານ 150 ທ່ານທີ່ມາຈາກບັນດາປະເທດໃນພາກພື້ນເຂົ້າຮ່ວມ. ນີ້ແມ່ນເຫດການສາກົນເພື່ອແນໃສ່ຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວແບບຍືນຍົງຢູ່ພາກພື້ນ ແລະລະຫວ່າງບັນດາປະເທດສະມາຊິກ EATOF.

ເຫດການດຳເນີນໄປຮອດວັນທີ 27 ຕຸລາ, ໃນນັ້ນມີເນື້ອໃນຕົ້ນຕໍ, ຄື: ພິທີເປີດ; ກອງປະຊຸມຫົວເລື່ອງສະເພາະ EATOF ດ້ວຍຫົວຂໍ້ “ອະນາຄົດຂອງ EATOF ຜ່ານທ່າອ່ຽງການທ່ອງທ່ຽວປົກກະຕິໃໝ່ຂອງພາກພື້ນອາຊີຕາເວັນອອກ”; ການພົບປະເຈລະຈາສອງຝ່າຍລະຫວ່າງແຂວງກວ໋າງນິງ (ຫວຽດນາມ) ແລະຫຼາຍແຂວງຂອງປະເທດຕ່າງໆ; ກອງປະຊຸມເຈົ້າແຂວງສະມັດຊາໃຫຍ່ EATOF 17... ນອກຈາກນັ້ນ, ໃນຂອບເຂດ EATOF 17 ຍັງມີບັນດາລາຍການສຳຫຼວດສະຖານທີ່ທ່ອງທ່ຽວ ແລະແນະນຳລາຍການທ່ອງທ່ຽວຂອງແຂວງກວ໋າງນິງ.

ໂດຍ: ທະນາພອນ