leftcenterrightdel
ກອງປະຊຸມເຊື່ອມຕໍ່ພັດທະນາຜະລິດຕະພັນທ່ອງທ່ຽວໃໝ່, ລາຍການທ່ອງທ່ຽວ ຮ່າໂນ້ຍ - ເຊີນລາ. ພາບ: ສໍານັກຂ່າວສານຫວຽດນາມ

ແຂວງເຊີນລາ ຕັ້ງຢູ່ໃຈກາງເຂດຕາເວັນຕົກສ່ຽງເໜືອ, ຕາມເສັ້ນທາງຫຼວງທີ 6, ຫ່າງຈາກຮ່າໂນ້ຍ 300 ກວ່າກິໂລແມັດ. ດ້ວຍທ່າແຮງບົ່ມຊ້ອນ ແລະທ່າໄດ້ປຽບດ້ານການທ່ອງທ່ຽວຫຼາຍ, ແຂວງ ເຊີນລາ ສູ້ຊົນຮອດປີ 2025: ຈະໄດ້ຮັບນັກທ່ອງທ່ຽວ 5,2 ລ້ານເທື່ອຄົນ, ຍອດລາຍຮັບຈາກການບໍລິການທ່ອງທ່ຽວບັນລຸ 5.800 ຕື້ດົ່ງ, ລະດັບເຕີບໂຕສະເລ່ຍ 15-20%/ປີ. ທີ່ກອງປະຊຸມ, ການນຳກົມໃຫຍ່ທ່ອງທ່ຽວ, ບັນດາພະແນກ, ຂະແໜງການ, ສະຫະສະມາຄົມທ່ອງທ່ຽວ, ວິສາຫະກິດທ່ອງທ່ຽວໄດ້ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ສຳຫຼວດສະຖານທີ່ທ່ອງທ່ຽວ ແລະເຊື່ອມຕໍ່ພັດທະນາຜະລິດຕະພັນທ່ອງທ່ຽວທີ່ແຕກຕ່າງກັນ, ເປັນມືອາຊີບ, ສ້າງຜະລິດຕະພັນທ່ອງທ່ຽວ, ລາຍການທ່ອງທ່ຽວໃໝ່ ເຊີນລາ - ຮ່າໂນ້ຍ.

ໂດຍ: ທະນາພອນ