ເວົ້າເຖິງຂໍ້ຕົກລົງຄັດເລືອກບັນດານັກກິລາຂອງຕົນ, ຄູຝຶກ ມາຍດຶກຈຸງ ໃຫ້ຮູ້ວ່າ “ຕາມກົດລະບຽບຂອງບານເຕະຍິງທີ່ ຊີເກມ ຄັ້ງທີ 31, ແຕ່ລະທີມພຽງແຕ່ມີນັກກິລາ 20 ຄົນເຂົ້າຮ່ວມ. ຄະນະຝຶກແອບໄດ້ຕົກລົງຄັດເລືອກຕື່ມນັກກິລາກຽມເພື່ອ 2 ຄົນ, ຍົກຈໍານວນນັກກິລາທັງໝົດຂຶ້ນ 22 ຄົນ”.

leftcenterrightdel
ທີມຊາດບານເຕະຍິງຫວຽດນາມ ຕັ້ງໜ້າຝຶກແອບເພື່ອກະກຽມໃຫ້ ຊີເກມ ຄັ້ງທີ 31. ພາບ: VFF

ຕາມແຜນການແລ້ວ, ນັບແຕ່ປະຈຸບັນຮອດວັນດໍາເນີນ ຊີເກມ ຄັ້ງທີ 31 ຢ່າງເປັນທາງການ, ທີມຊາດບານເຕະຍິງຫວຽດນາມ ສືບຕໍ່ການຝຶກແອບມື້ລະ 1 ເກັມ ຢູ່ແຂວງກວາງນິງ ແລະຄາດຄະເນຈະມີການແຂ່ງຂັນມິດຕະພາບຕື່ມອີກກັບສະໂມສອນ ຖ່ານແຮ່ທາດຫວຽດນາມ ໃນວັນທີ 5 ພຶດສະພາ. ຄູຝຶກ ມາຍດຶກຈຸງ ແບ່ງປັນວ່າ “ບັນດານັກກິລາກຳລັງຢູ່ໃນໄລຍະກະກຽມສຸດທ້າຍໃຫ້ ຊີເກມ ຄັ້ງທີ 31. ຄະນະຄູຝຶກສືບຕໍ່ໃຫ້ນັກກິລາຝຶກແອບຍຸດທະວິທີ ແລະດັດແປງບາງກໍລະນີສົມທົບກັນເພື່ອປັບປຸງຮູບຖານການວາງກຳລັງໃຫ້ດີທີ່ສຸດ”.

ໂດຍ: ຈາງຫງວຽນ