leftcenterrightdel
ແຂກຢ້ຽມຊົມທີ່ງານວາງສະແດງ. ພາບ: ອຽນຍີ.

ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປະຈໍາຊາດປີຂານ 2022 ແລະອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ (3-2-1930/3-2-2022), ວັນທີ 19 ມັງກອນ, ທີ່ຫໍພິພິທະພັນວິຈິດສິນຫວຽດນາມ (ເລກທີ 66 ຫງວຽນຖ໊າຍຮອກ, ບາດິ່ງ, ຮ່າໂນ້ຍ) ໄດ້ດໍາເນີນພິທີໄຂງານວາງສະແດງ “ສີສັນລະດູບານໃໝ່” ຜ່ານພາບພື້ນເມືອງທີ່ເປັນຊຸດ, ແຕ່ລະຊຸດມີສີ່ແຜ່ນທີ່ພັນລະນາກ່ຽວກັບ 4 ໄລຍະໃນປີ, 4 ໄລຍະໃນຊີວິດອິນຊີ, 4 ຕອນທີ່ໂດດເດັ່ນໃນເລື່ອງລາວ ຫຼື 4 ຄວາມງາມທີ່ແຕກຕ່າງກັນຂອງຜູ້ສາວ.

ງານວາງສະແດງແນະນຳພາບພື້ນເມືອງ 20 ຊຸດດ້ວຍຫົວຂໍ້ ຄື ສີ່ລະດູ, ຍິງງາມ ແລະພາບປະຫວັດສາດ... ທີ່ໄດ້ຮັບການຄັດເລືອກຈາກບັນດາຊຸດພາບພື້ນເມືອງທີ່ພວມຮັກສາໄວ້ທີ່ຫໍພິພິທະພັນວິຈິດສິນຫວຽດນາມ. ງານວາງສະແດງເປີດປະຕູຕ້ອນຮັບແຂກມາຢ້ຽມຊົມເຖິງທ້າຍເດືອນກຸມພາ ປີ 2022.

ໂດຍ: ຈາງຫງວຽນ