ທີ່ກອງປະຊຸມ, ປະເທດເຈົ້າພາບຫວຽດນາມ ໄດ້ລາຍງານວຽກງານການກະກຽມຈັດຕັ້ງ ຊີເກມ 31, ຂໍຄໍາເຫັນຂອງບັນດາປະເທດກ່ຽວກັບວິທີການເລື່ອນເວລາຈັດຕັ້ງ ຊີເກມ 31 ເຖິງປີ 2022. ບັນດາປະເທດໄດ້ແບ່ງປັນຄວາມຫຍຸ້ງຍາກກັບປະເທດເຈົ້າພາບຫວຽດນາມ ຍ້ອນພະຍາດໂຄວິດ-19, ແຕ່ຖືວ່າ, ການຈັດຕັ້ງ ຊີເກມ 31 ໃນປີ 2022 ແມ່ນຍາກທີ່ຈຳເປັນໄປໄດ້, ຍ້ອນວ່າໄລຍະນັ້ນມີຫຼາຍງານມະຫາກຳກິລາ, ໃນນ້ັນພົ້ນເດັ່ນແມ່ນງານມະຫາກຳກິລາອາຊີ.
ບາງຄຳເຫັນຖືວ່າ, ປະເທດເຈົ້າພາບຫວຽດນາມ ຄວນລໍຄອຍຍີ່ປຸ່ນ ຈັດຕັ້ງໂອເລັມປິກ ໂຕກຽວ 2020 ໃຫ້ສຳເລັດແລ້ວຈຶ່ງຖອດຖອນບົດຮຽນ. ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ຈະຂໍຄຳເຫັນຊີ້ນຳຈາກລັດຖະບານ, ກ່ອນທີ່ປະຊຸມປຶກສາຫາລືກັບບັນດາປະເທດເພື່ອເຫັນດີເປັນເອກະພາບຕໍ່ວິທີການຈັດຕັ້ງໃນວັນທີ 24 ມິຖຸນາ.
ໂດຍ: ແສງເດືອນ
Type the code from the image