ວັນບຸນລວມມີບັນດາກິດຈະກໍາຄື: ພິທີຖະຫວາຍທູບທຽນອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດ, ພິທີຊັກທຸງ “ທ້ອນໂຮມປະເທດຊາດເປັນເອກະພາບ”, ຊ່ວງເຮືອ “ທ້ອນໂຮມປະເທດຊາດເປັນເອກະພາບ” ຢູ່ແຄມແມ່ນ້ຳເບັນຫ໊າຍ...

leftcenterrightdel
ພາບປະກອບ: hanoitv.vn

ເນື່ອງໃນໂອກາດນີ້, ແຂວງກວ໋າງຈິ້ ຈະເປີດລະດູການທ່ອງທ່ຽວທະເລ, ໝູ່ເກາະ 2021, ດ້ວຍລາຍການສະແດງສິລະປະທີ່ມີຫົວຂໍ້ວ່າ “ທະເລຍິນດີຕ້ອນຮັບ” ແລະຍິງບັ້ງໄຟດອກ (ໃນເວລາ 20 ໂມງຂອງວັນທີ 30 ເມສາ) ຢູ່ເຂດບໍລິການ - ທ່ອງທ່ຽວເກື໊ອຫວຽດ, ເມືອງຢໍລີງ. ລາຍການຊຸກຍູ້ຄວາມຕ້ອງການໃນລະດູການທ່ອງທ່ຽວທະເລ, ໝູ່ເກາະ 2021 ຂອງແຂວງກວ໋າງຈິ້ ດຳເນີນໄປເຖິງວັນທີ 5 ພຶດສະພາ, ໂດຍມີບັນດາກິດຈະກຳ: ກອງປະຊຸມຮ່ວມມືພັດທະນາການທ່ອງທ່ຽວແຂວງກວ໋າງຈິ້, ຮອບຊີງຊະນະເລີດການປະກວດທູດການທ່ອງທ່ຽວແຂວງກວ໋າງຈິ້, ການແຂ່ງຂັນບານສົ່ງຫາດຊາຍທະເລ…

ໂດຍ: ທະນາພອນ