ນີ້ແມ່ນກິດຈະກຳທີ່ໄດ້ຈັດຕັ້ງ 3 ປີເທື່ອໜຶ່ງ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທໍາພື້ນເມືອງທີ່ເປັນເອກະລັກສະເພາະຂອງບັນດາຊົນເຜົ່າເຂດຕາເວັນອອກສ່ຽງເໜືອ. ຄາດຄະເນວ່າ, ໃນຂອບເຂດວັນບຸນຈະຈັດຕັ້ງຫຼາຍກິດຈະກໍາ, ຄື: ງານມະໂຫລານສິລະປະມະຫາຊົນ; ລາຍການສະແດງຊຸດອາພອນປະຈໍາເຜົ່າ; ງານວາງສະແດງ, ແນະນໍາອາຫານການກິນຂອງບັນດາເຜົ່າ; ບັນດາກິດຈະກໍາກິລາທີ່ເປັນມູນເຊື້ອ; ລາຍການແນະນໍາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວທີ່ສ້າງຄວາມດຶງດູດຂອງແຂວງລ້າງເຊີນ ແລະບັນດາທ້ອງຖິ່ນຢູ່ເຂດຕາເວັນອອກສ່ຽງເໜືອ.

leftcenterrightdel
ວັນບຸນວັດທະນະທໍາກິລາ ແລະທ່ອງທ່ຽວບັນດາເຜົ່າເຂດຕາເວັນອອກສ່ຽງເໜືອ ຄັ້ງທີ X ປີ 2018. ພາບ: baovanhoa.vn.

ຕາມຄະນະຈັດຕັ້ງແລ້ວ,  ວັນບຸນວັດທະນະທໍາກິລາ ແລະທ່ອງທ່ຽວບັນດາເຜົ່າເຂດຕາເວັນອອກສ່ຽງເໜືອ ຄັ້ງທີ XI ແມ່ນໂອກາດເພື່ອເຊີດຊູບັນດາຄຸນຄ່າວັດທະນະທໍາຂອງ 54 ຊົນເຜົ່າຢູ່ຫວຽດນາມ, ໂຄສະນາເຜີຍແຜ່ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ແລະແມ່ນສະຖານທີ່ພົບປະ, ແລກປ່ຽນຂອງບັນດານັກສິລະປິນ ເພື່ອແນໃສ່ແລກປ່ຽນບົດຮຽນ, ຍົກສູງຄວາມຮັບຮູ້, ສະຕິໃນການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທໍາພື້ນເມືອງຂອງບັນດາຊົນເຜົ່າເຂດຕາເວັນອອກສ່ຽງເໜືອ ໃນໄລຍະໃໝ່ຂອງປະເທດຊາດ ແລະເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ໂດຍ: ທູຈາງ