leftcenterrightdel
ບັນດາພະຍານຫຼັກຖານພົບປະແລກປ່ຽນທີ່ລາຍການ. ພາບ: ຮ່າເວືອງ.

ລາຍການໄດ້ວາດພາບເຖິງເຫດການປະຫວັດສາດ: ໄຊຊະນະຢູ່ທາງເລກ 9-ພາກໃຕ້ລາວປີ 1971, ໜຶ່ງໃນບັນດາເຫດການທີ່ມີລັກສະນະຍຸດທະສາດ, ສ້າງທ່າ ແລະກໍາລັງໃຫ້ແກ່ການບຸກໂຈມຕີຄັ້ງໃຫຍ່ ແລະລຸກຮື້ຂຶ້ນໃນລະດູບານໃໝ່ປີ 1975. ຜ່ານສາລະຄະດີເລື່ອງຕ່າງໆດ້ວຍຫຼາຍແງ່ມູມໃໝ່; ການສຳພາດ, ການພົບປະແລກປ່ຽນກັບບຸກຄົນຕ່າງໆຢູ່ເວທີສະແດງ, ຄື: ທ່ານພົນຈັດຕະວາ, ປອ ຫງວຽນຮວ່າງຍຽນ, ຫົວໜ້າສະຖາບັນປະຫວັດສາດການທະຫານຫວຽດນາມ; ນັກກະວີ ຫຶວທິ໋ງ; ທ່ານພັນເອກພິເສດ, ປອ ຫວູຕາງບົ່ງ... ລາຍການໄດ້ວາດພາບໃຫ້ຜູ້ຊົມໄດ້ເຫັນການສູ້ຮົບທີ່ສະແດງເຫັນໃຫ້ສະຕິປັນຍາ, ຄວາມປີຊາສາມາດ,  ເຈດຈຳນົງທີ່ອົງອາດກ້າແກ່ນ, ນ້ຳໃຈຮັກຊາດ, ຈິດໃຈກ້າຫານ, ການເສຍສະຫຼະຊີວິດຂອງກອງທັບປະຊາຊົນຫວຽດນາມ ໃນກິດຈະການປົກປັກຮັກສາເສັ້ນທາງຂົນສົ່ງຍຸດທະສາດທີ່ໃສ່ຊື່ ເສັ້ນທາງ ໂຮ່ຈິ້ມິນ.

ໂດຍ: ແສງເດືອນ