ທີ່ລາຍການ, ກອງບັນຊາການທະຫານຊາຍແດນໄດ້ມອບຮູບພາບລຸງໂຮ່ 5.000 ແຜ່ນ ແລະທຸງຊາດ 16.000 ຜືນໃຫ້ຊາວປະມົງແຂວງຝູອຽນ; ມອບທຶນສຶກສາ ແລະຂອງຂວັນປີໃໝ່ 20 ພູດໃຫ້ບັນດານັກຮຽນດີເດັ່ນໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ” ແລະ “ລູກລ້ຽງຄ້າຍທະຫານຊາຍແດນ”; VietinBank ມອບຂອງຂວັນ 100 ພູດ (ພູດລະມີມູນຄ່າ 1 ລ້້ານດົ່ງ) ໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ.

leftcenterrightdel
ທ່ານພົນຕີ ໂດ໊ແຢງເວື້ອງ, ຫົວໜ້າການເມືອງທະຫານຊາຍແດນມອບທຸງຊາດໃຫ້ຊາວປະມົງ. ພາບ: ວັນແຫ້ງ.

ໂດຍຮັບຮູ້ວ່າ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ກອງບັນຊາການທະຫານຊາຍແດນໄດ້ຊີ້ນໍາບັນດາກົມກອງໃນທົ່ວກໍາລັງນັບແຕ່ວັນທີ 19 ມັງກອນ ຮອດວັນທີ 2 ກຸມພາ 2021 ໄດ້ຈັດຕັ້ງການມອບຮູບພາບລຸງໂຮ່ 60.000 ແຜ່ນ ແລະທຸງຊາດ 200.000 ຜືນໃຫ້ປະຊາຊົນເຂດຊາຍແດນ, ທະເລ, ໝູ່ເກາະ; ຈັດຕັ້ງລາຍການ “ລະດູບານໃໝ່ຢູ່ຊາຍແດນສ້າງຄວາມອຸ່ນໃຈໃຫ້ຊາວບ້ານ”, ມອບເຮືອນໃນໂຄງການ “ເຮືອນຊາຍແດນອົບອຸ່ນ” ຫຼາຍຮ້ອຍຫຼັງ... ດ້ວຍມູນຄ່າທັງໝົດເກືອບ 10 ຕື້ດົ່ງ, ເຊິ່ງໄດ້ປະກອບສ່ວນພ້ອມກັບທຸກຂັ້ນ, ທຸກຂະແໜງການເບິ່ງແຍງດູແລພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນໄດ້ຕ້ອນຮັບປີໃໝ່ດ້ວຍຄວາມອົບອຸ່ນ, ເບີກບານມ່ວນຊື່ນ ແລະມີຄວາມສະຫງົບສຸກ.

ໂດຍ: ກວຽດເຕີມ