ທ່ານ ເຈິ່ນກວກເຟືອງ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ແລະທ່ານ Gerd Müller, ຜູ້ອຳນວຍການໃຫຍ່ UNIDO ໄດ້ລົງນາມໃນໂຄງການຮ່ວມມືດັ່ງກ່າວ. ກ່າວຄຳເຫັນທີ່ເຫດການ, ທ່ານ  Müller ໃຫ້ຮູ້ວ່າ UNIDO ແລະຫວຽດນາມ ມີການຮ່ວມມືທີ່ແໜ້ນແຟ້ນມາເປັນເວລາກວ່າ 4 ທົດສະວັດ. ໃນໄລຍະຜ່ານມາ, ການພົວພັນການຮ່ວມມືລະຫວ່າງສອງຝ່າຍໄດ້ພັດທະນາຈາກບັນດາໂຄງການໄປສູ່ບັນຊີລາຍຊື່ມາດຕະການແກ້ໄຂແບບສະສົມ, ທີ່ມີຄວາມສາມາດຂະຫຍາຍໄດ້, ໂດຍມີການສົມທົບລະຫວ່າງການໃຫ້ຄຳປຶກສາດ້ານນະໂຍບາຍ, ການໜູນຊ່ວຍດ້ານເຕັກນິກ ແລະການລະດົມການລົງທຶນ. ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມື ເພື່ອແນໃສ່ພັດທະນາພື້ນຖານອຸດສາຫະກຳທີ່ທັນສະໄໝ, ມີກໍາລັງຄວາມສາມາດແກ່ງແຍ້ງ ແລະຍືນຍົງຢູ່ຫວຽດນາມ.

leftcenterrightdel
ທ່ານ ເຈິ່ນກວກເຟືອງ ຮອງລັດຖະມົນຕີກະຊວງການເງິນຫວຽດນາມ ແລະທ່ານ Gerd Müller ຜູ້ອຳນວຍການໃຫຍ່ UNIDO ລົງນາມໃນໂຄງການຮ່ວມມືລະດັບຊາດ. ພາບ:  thoibaotaichinhvietnam.vn

ຜ່ານໂຄງການຮ່ວມມືລະດັບຊາດໃໝ່ນີ້, UNIDO ຈະໜູນຊ່ວຍຫວຽດນາມ ໃນການຊຸກຍູ້ການຫັນປ່ຽນອຸດສາຫະກຳໄປສູ່ທິດສີຂຽວ, ໝູນວຽນ ແລະຮອບດ້ານ, ຜ່ານນັ້ນເພີ່ມຄຸນຄ່າພາຍໃນປະເທດ ແລະຍົກສູງກໍາລັງຄວາມສາມາດແກ່ງແຍ້ງ.

ໂຄງການຮ່ວມມືລະດັບຊາດ ຫວຽດນາມ-UNIDO ໄລຍະ 2025-2028, ດ້ວຍງົບປະມານຄາດຄະເນ 72 ລ້ານໂດລາສະຫະລັດ, ຈະສຸມໃສ່ 3 ຂົງເຂດບຸລິມະສິດ, ຄື: ຫັນປ່ຽນໄປສູ່ອຸດສາຫະກຳສີຂຽວ ແລະເສດຖະກິດໝູນວຽນ; ຍົກສູງກໍາລັງຄວາມສາມາດແກ່ງແຍ້ງດ້ານອຸດສາຫະກຳ ແລະພັດທະນາຕ່ອງໂສ້ມູນຄ່າຍືນຍົງ; ເພີ່ມທະວີນະໂຍບາຍອຸດສາຫະກຳ, ກໍາລັງຄວາມສາມາດດ້ານລະບອບລະບຽບການ ແລະການພົວພັນຄູ່ຮ່ວມມື.

ໂຄງການດັ່ງກ່າວຍັງເປີດໂອກາດຮ່ວມມືໃໝ່ໃນຂົງເຂດອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ, ພິເສດແມ່ນຕ່ອງໂສ້ມູນຄ່າທີ່ມີຄວາມສາມາດບ່ົມຊ້ອນ, ຄື: ເຂົ້າ ແລະຊາ, ໂດຍສຸມໃສ່ການເພີ່ມມູນຄ່າ, ຕອບສະໜອງຕາມມາດຕະຖານແບບຍືນຍົງ, ຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະປັບປຸງການຫາເງິນລ້ຽງຊີບທີ່ເຂດຊົນນະບົດໃຫ້ດີຂຶ້ນ.

ໂດຍ: ທູຈາງ