ຊຸກຍູ້ການຮ່ວມມືກັບວິສາຫະກິດອາເມລິກາ ກ່ຽວກັບການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຕົວເມືອງ
ກປ.ອອນໄລ - ວັນທີ 16 ເມສາ, ທ່ານ ຫງວຽນເຕື່ອງວັນ ຮອງລັດຖະມົນຕີກະຊວງກໍ່ສ້າງ ໄດ້ໃຫ້ການຕ້ອນຮັບ ຄະນະວິສາຫະກິດ ຂຶ້ນກັບສະພາທຸລະກິດ ອາເມລິກາ-ອາຊຽນ (USABC) ນໍາໂດຍທ່ານນາງ Penny Burtt, ປະທານ Boeing ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ແນໃສ່ແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດຄົມມະນາຄົມ ແລະກໍ່ສ້າງ.
    |
 |
|
ທ່ານນາງ Penny Burtt ປະທານ Boeing ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: qdnd.vn |
ທີ່ການເຮັດວຽກ, ທ່ານນາງ Penny Burtt ໃຫ້ຮູ້ວ່າ ປະຊາຄົມວິສາຫະກິດອາເມລິກາ ປາດຖະໜາຢາກໄດ້ກະຊວງກໍ່ສ້າງ ແບ່ງປັນຂໍ້ມູນຂ່າວສານ, ພ້ອມທັງແລກປ່ຽນກ່ຽວກັບແບບວິທີໜູນຊ່ວຍຫວຽດນາມ ໃນໄລຍະພັດທະນາໃໝ່, ດ້ວຍຈຸດສຸມແມ່ນຊຸກຍູ້ການເຕີບໂຕອີງໃສ່ນະວັດຕະກໍາ. ບັນດາເນື້ອໃນເອົາໃຈໃສ່ລວມມີບຸລິມະສິດຂອງກະຊວງໃນການຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງຈຸດສຸມແຫ່ງຊາດຢ່າງມີປະສິດທິຜົນ, ພັດທະນາເຮືອນຢູ່ສັງຄົມ, ກໍ່ຄືສ້າງກອບນິຕິກໍາທີ່ໂປ່ງໃສ, ໝັ້ນຄົງ ແລະຍືນຍົງໃຫ້ຂົງເຂດເຮືອນຢູ່, ການພັດທະນາຕົວເມືອງ ແລະຕະຫຼາດອະສັງຫາລິມະຊັບ. ຄຽງຂ້າງນັ້ນ, ວິສາຫະກິດອື່ນໆຈຳນວນໜຶ່ງສະເໜີການຮ່ວມມືໃນຂົງເຂດພື້ນຖານໂຄງລ່າງຄົມມະນາຄົມ ແລະຕົວເມືອງ, ພິເສດແມ່ນມາດຕະການເຕັກໂນໂລຢີແນໃສ່ພັດທະນາພື້ນຖານໂຄງລ່າງແບບຍືນຍົງ ແລະເປັນມິດກັບສິ່ງແວດລ້ອມ.
    |
 |
|
ທ່ານ ຫງວຽນເຕື່ອງວັນ ຮອງລັດຖະມົນຕີກະຊວງກໍ່ສ້າງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: qdnd.vn |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີ ຫງວຽນເຕື່ອງວັນ ໃຫ້ຮູ້ວ່າ ກະຊວງກໍ່ສ້າງ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບວິສາຫະກິດອາເມລິກາ ບໍ່ພຽງແຕ່ໃນການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຄື: ສະໜາມບິນ, ທ່າກຳປັ່ນ, ທາງລົດໄຟເທົ່ານັ້ນ, ຫາກຍັງໃນຂົງເຂດອື່ນໆຂອງ, ຄື: ການພັດທະນາຕົວເມືອງແບບຍືນຍົງ, ວັດສະດຸກໍ່ສ້າງ, ການຫັນເປັນດີຈິີຕອນ ແລະບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ພ້ອມທັງຫວັງວ່າບັນດາວິສາຫະກິດອາເມລິກາ ສືບຕໍ່ເພີ່ມທະວີການແບ່ງປັນບົດຮຽນສາກົນ, ສະເໜີມາດຕະການລະອຽດ, ອາດຈະເຮັດໄດ້ແນໃສ່ປະກອບສ່ວນຍົກສູງຄຸນນະພາບການວາງແຜນຜັງ, ອອກແບບ, ກໍ່ສ້າງ ແລະການເຄື່ອນໄຫວກິດຈະກຳພື້ນຖານໂຄງລ່າງຢູ່ຫວຽດນາມ, ພ້ອມທັງເອົາໃຈໃສ່ເປັນພິເສດເຖິງການຮ່ວມມືໃນການບໍາລຸງສ້າງ, ພັດທະນາຊັບພະຍາກອນມະນຸດ, ຜ່ານນັ້ນຍົກສູງກໍາລັງຄວາມສາມາດຂອງຂະແໜງການກໍ່ສ້າງກວ່າອີກ.
ໂດຍ: ເຈິ່ນຮວ່ຽນ