ຫວ່າງມໍ່ໆມານີ້, ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍ ຈີນ-ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ຄັ້ງທີ 17 ຂຶ້ນທີ່ຮ່າໂນ້ຍ. ສອງຝ່າຍໄດ້ເຫັນດີເປີດກວ້າງການຮ່ວມມືທີ່ແທດຈິງ, ຊຸກຍູ້ການເຊື່ອມຈອດທາງລົດໄຟ, ເພີ່ມທະວີການຮ່ວມມືໃນຂົງເຂດຈຸດສຸມ, ຄື: ກະສິກຳ, ໄຟຟ້າ, ການເງິນ, ຊັບພະຍາກອນແຮ່ທາດທີ່ສຳຄັນ, ການປ່ຽນແປງໃໝ່ດ້ານເຕັກໂນໂລຢີ, ພ້ອມກັນປົກປ້ອງລະບົບການຄ້າຫຼາຍຝ່າຍ.

ຕາມຄະນະເລຂາຈັດງານະຫຼາດນັດ ຈີນ-ອາຊຽນ ແລ້ວ, ໃນຊຸມປີມໍ່ໆມານີ້, ໂດຍໝູນໃຊ້ພື້ນຖານງານຕະຫຼາດນັດຈີນ-ອາຊຽນ, ມີຫຼາຍໂຄງການໄດ້ຮັບການລົງນາມ ແລະຜັນຂະຫຍາຍ. ມີບາງແຂວງ, ນະຄອນ, ໃນນັ້ນມີນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ໄດ້ວາງສະແດງຜະລິດຕະພັນຂອງຕົນຢູ່ເຂດງານວາງສະແດງ “ນະຄອນມີສະເໜ່” ຢູ່ງານຕະຫຼາດນັດ ຈີນ-ອາຊຽນ, ຜ່ານນັ້ນເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການພົບປະແລກປ່ຽນມະນຸດສະທໍາລະຫວ່າງສອງປະເທດໃນຂັ້ນທ້ອງຖິ່ນ.

ທີ່ພິທີໄຂງານຕະຫຼາດນັດ ຈີນ-ອາຊຽນ ຄັ້ງທີ 22 ປີ 2025 (ເດືອນກັນຍາ 2025), ທ່ານ ມາຍວັນຈິ໋ງ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ງານຕະຫຼາດນັດຈີນ-ອາຊຽນ ໄດ້ກາຍເປັນສັນຍາລັກສຳຄັນຂອງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງອາຊຽນ-ຈີນ; ຢືນຢັນວ່າ ບັນດາປະເທດອາຊຽນ, ໃນນັ້ນມີຫວຽດນາມ ຍາມໃດກໍ່ຮັບຮູ້ການປະກອບສ່ວນສຳຄັນຂອງຈີນ ໃນການຊຸກຍູ້ການຮ່ວມມືພາກພື້ນ ແລະ ວັດທະນາຖາວອນລວມ.

leftcenterrightdel
ທ່ານ ມາຍວັນຈິ໋ງ ຮອງນາຍົກລັດຖະມົນຕີຫວຽດນາມ ຢ້ຽມຊົມຮ້ານວາງສະແດງຂອງຫວຽດນາມ ທີ່ງານຕະຫຼາດຈີນ-ອາຊຽນ (CAEXPO) ຄັ້ງທີ 22. ພາບ: ສໍານັກຂ່າວສານຫວຽດນາມ

ງານຕະຫຼາດນັດຈີນ-ອາຊຽນ ແມ່ນພື້ນຖານສຳຄັນ ເພື່ອໃຫ້ວິສາຫະກິດຫວຽດນາມ ແຊກຊຶມເຂົ້າຕະຫຼາດຈີນ. ໃນການຈັດຕັ້ງງານຕະຫຼາດນັດຈີນ-ອາຊຽນ ມາເປັນ 22 ຄັ້ງ, ຫວຽດນາມ ໄດ້ມີຮ້ານວາງສະແດງເກືອບ 4.300 ຮ້ານ ແລະມີວິສາຫະກິດເຂົ້າຮ່ວມເກືອບ 2.200 ແຫ່ງ.

ສິນຄ້າຫວຽດນາມ ຫຼາຍຊະນິດ, ເຊັ່ນ: ກາເຟ, ເຄື່ອງເຟີນີເຈີ, ເກີບໜັງໄດ້ແຊກຊຶມເຂົ້າຕະຫຼາດຈີນ ໂດຍຜ່ານງານຕະຫຼາດນັດຈີນ-ອາຊຽນ, ບັນລຸໄດ້ການຫັນປ່ຽນຢ່າງວ່ອງໄວຈາກງານວາງສະແດງ ໄປສູ່ການວາງສະແດງຂາຍຜະລິດຕະພັນ.

ກຸ່ມບໍລິສັດຈູງງວຽນ ຂອງຫວຽດນາມ ພວມໝູນໃຊ້ຈາກການແຜ່ຂະຫຍາຍຂອງເຄື່ອງໝາຍການຄ້າ ທີ່ງານຕະຫຼາດນັດຈີນ-ອາຊຽນ ເພື່ອເປີດກວ້າງການມີໜ້າຜະລິດຕະພັນໃນຕະຫຼາດຈີນ, ດ້ວຍຮ້ານ flagship ແມ່ນຮ້ານຂາຍສິນຄ້າແຫ່ງທຳອິດ ຢູ່ທິດຕາເວັນຕົກສ່ຽງໃຕ້ຂອງຈີນ ທີ່ເປີດ ຢູ່ນະຄອນ ໜານໜິງ ໃນເດືອນທັນວາ ປີ 2025.

ວິສາຫະກິດຈໍາໜ່າຍເກີບໜັງຫວຽດນາມ ຢູ່ຈີນ ກໍ່ໃຫ້ຮູ້ວ່າ, ງານຕະຫຼາດນັັດ ຈີນ-ອາຊຽນ ໄດ້ເຊື່ອມຕໍ່ຕະຫຼາດຈີນ ກັບອາຊຽນ, ເປີດອອກຫຼາຍຊ່ອງຂາຍສິນຄ້າ, ພ້ອມທັງຊ່ວຍໃຫ້ວິສາຫະກິດມີຄວາມເຂົ້າໃຈກວ່າ ກ່ຽວກັບຄວາມນິຍົມຂອງຜູ້ບໍລິໂພກ ແລະຄວາມຕ້ອງການຂອງຕະຫຼາດ.

ຄະນະເລຂາຈັດງານຕະຫຼາດນັດຈີນ-ອາຊຽນ ຖືວ່າ, ໃນຊຸມປີມໍ່ໆມານີ້, ໄປຄຽງຄູ່ກັບງານຕະຫຼາດນັດແບບດັ້ງເດີມ, ປັນຍາປະດິດໄດ້ກາຍເປັນຫົວຂໍ້ໃໝ່ໃນການພົວພັນດ້ານການຄ້າລະຫວ່າງ ຈີນ-ຫວຽດນາມ.

ທີ່ກອງປະຊຸມໂຕະມົນຂັ້ນລັດຖະມົນຕີ ຈີນ-ອາຊຽນ ກ່ຽວກັບປັນຍາປະດິດທີ່ໄດ້ຈັດຂຶ້ນໃນຂອບເຂດງານຕະຫຼາດນັດຈີນ-ອາຊຽນ ຄັ້ງທີ 22, ທ່ານ ບຸ່ຍຮວ່າງເຟືອງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຢືນຢັນວ່າ, ປັນຍາປະດິດບໍ່ພຽງແຕ່ແມ່ນເຕັກໂນໂລຢີເທົ່ານັ້ນ, ຫາກຍັງແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງພື້ນຖານໂຄງລ່າງ. ຫວຽດນາມ ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືກັບທຸກຝ່າຍໃນຂົງເຂດຕ່າງໆຄື: ບຳລຸງສ້າງຜູ້ທີ່ມີຄວາມເກັ່ງກ້າສາມາດດ້ານປັນຍາປະດິດ, ຄົ້ນຄວ້າວິທະຍາສາດ, ແລກປ່ຽນທາງວິຊາການສຶກສາ.

ເດືອນມີນາ ປີ 2026, ກົດໝາຍວ່າດ້ວຍປັນຍາປະດິດຂອງຫວຽດນາມ ໄດ້ມີຜົນສັກສິດຢ່າງເປັນທາງການ, ໄດ້ສະໜອງການຮັບປະກັນດ້ານນິຕິກໍາ ໃຫ້ແກ່ການພັດທະນາທີ່ຄົບຊຸດຂອງພື້ນຖານເສດຖະກິດດີຈີຕອນ. ບັນດາໂຄງການທີ່ໝູນໃຊ້ປັນຍາປະດິດ ເຊັ່ນ: ສູນຮ່ວມມືໝູນໃຊ້ປັນຍາປະດິດຈີນ-ຫວຽດນາມ ຢູ່ສູນງານວາງສະແດງຮ່າໂນ້ຍ ໄດ້ຮັບການຜັນຂະຫຍາຍ, ຫັນເຕັກໂນໂລຢີດີຈີຕອນກາຍເປັນກຳລັງໜູນທີ່ແຂງແຮງ ເພື່ອຊຸກຍູ້ການພັດທະນາເສດຖະກິດການຄ້າສອງຝ່າຍ.

ຈາກຜະລິດຕະພັນພື້ນຖານໄປສູ່ປັນຍາປະດິດ, ຈາກການເປີດກວ້າງຕະຫຼາດໄປສູ່ການເຊື່ອມໂຍງດ້ານອຸດສາຫະກຳ, ງານຕະຫຼາດນັດຈີນ-ອາຊຽນ ໄດ້ຊ່ວຍໃຫ້ທຸກຝ່າຍແບ່ງປັນກາລະໂອກາດພັດທະນາຂອງເຂດການຄ້າເສລີ ຈີນ-ອາຊຽນ 3.0.

ຕາມຄະນະເລຂາຈັດງານຕະຫຼາດນັດຈີນ-ອາຊຽນ ແລ້ວ, ໃນເດືອນເມສາປີ 2026, ຈະຈັດຕັ້ງຄະນະວິສາຫະກິດໄປເຂົ້າຮ່ວມງານວາງສະແດງການຄ້າສາກົນຫວຽດນາມ ຄັ້ງທີ 35 ດ້ວຍເຂດວາງສະແດງຕ່າງຫາກ.

ໃນໄລຍະດໍາເນີນເຫດການ, ລາຍການ  Roadshow  ສົ່ງເສີມງານຕະຫຼາດນັດຈີນ-ອາຊຽນ ຄັ້ງທີ 23 ທົ່ວໂລກ ຈະໄດ້ຈັດຂຶ້ນແນໃສ່ສ້າງເງື່ອນໄຂ ເພື່ອເຊື່ອມຈອດການດໍາເນີນທຸລະກິດລະຫວ່າງວິສາຫະກິດ ຈີນ ກັບຫວຽດນາມ.

ໂດຍ: ທູຈາງ