ແຂວງຢາລາຍ ລົງນາມການຮ່ວມມືກັບ 3 ແຂວງພາກຕາເວັນອອກສ່ຽງເໜືອຂອງກໍາປູເຈຍ
ກປ.ອອນໄລ - ຕອນບ່າຍວັນທີ 29 ມີນາ, ຄະນະກໍາມະການປະຊາຊົນແຂວງຢາລາຍ ໄດ້ຈັດຕັ້ງກອງປະຊຸມລົງນາມການຮ່ວມມື ໄລຍະ 2026-2030 ກັບ 3 ແຂວງພາກຕາເວັນອອກສ່ຽງເໜືອຂອງກໍາປູເຈຍ, ລວມມີແຂວງ Preah Vihear, Ratanakiri, Stung Treng.
ເຂົ້າຮ່ວມກອງປະຊຸມມີທ່ານ ຖ໊າຍດ້າຍຫງອັກ, ກໍາມະການສູນກາງພັກ, ເລຂາພັກແຂວງຢາລາຍ; ທ່ານ ຟ້າມແອັງຕວ໊ນ, ກໍາມະການສູນກາງພັກ, ຮອງເລຂາຄະນະພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຢາລາຍ; ບັນດາສະຫາຍການນຳແຂວງ, ຄະນະ, ພະແນກ, ຂະແໜງການແຂວງຢາລາຍ ແລະການນຳ 3 ແຂວງ Preah Vihear, Ratanakiri, Stung Treng.
    |
 |
|
ການນຳແຂວງຢາລາຍ ແລະບັນດາແຂວງພາກຕາເວັນອອກສ່ຽງເໜືອຂອງກໍາປູເຈຍ ເປັນປະທານກອງປະຊຸມ. ພາບ: qdnd.vn |
ທີ່ກອງປະຊຸມ, ການນຳແຂວງຢາລາຍ ແລະບັນດາແຂວງພາກຕາເວັນອອກສ່ຽງເໜືອຂອງກໍາປູເຈຍ ໄດ້ລົງນາມການຮ່ວມມືໄລຍະ 2026-2030, ໂດຍສຸມໃສ່ເນື້ອໃນຈຸດສຸມ, ຄື: ຊາບຊຶມ, ຍົກສູງຄວາມຮັບຮູ້ຂອງພະນັກງານ, ລັດຖະກອນ ແລະປະຊາຊົນກ່ຽວກັບການພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງຫວຽດນາມ ແລະກໍາປູເຈຍ; ເພີ່ມທະວີການໂຄສະນາໃນພາຫະນະສື່ມວນຊົນ ແລະຜ່ານການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ການທູດປະຊາຊົນ.
    |
 |
|
ແຂວງຢາລາຍ ແລະແຂວງ Ratanakiri ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື ໄລຍະ 2026-2030. ພາບ: qdnd.vn |
ຮັກສາການແລກປ່ຽນຄະນະຜູ້ແທນ, ຢ້ຽມຢາມຖາມຂ່າວເນື່ອງໃນໂອກາດວັນບຸນ, ເຕັດ ແລະເຫດການການເມືອງສຳຄັນ; ເພີ່ມທະວີການພົບປະລະຫວ່າງການນຳທຸກຂັ້ນແນໃສ່ປັບປຸງການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງບັນດາທ້ອງຖິ່ນ. ຍູ້ແຮງການຮ່ວມມືຮອບດ້ານ ແລະແທດຈິງໃນຂົງເຂດ: ໂຄສະນາ, ແລກປ່ຽນການຄ້າ, ການຄ້າຊາຍແດນ, ການຮ່ວມມືດ້ານການລົງທຶນ; ໜູນຊ່ວຍວິສາຫະກິດ ແລະເຮັດໃຫ້ລະບຽບການເປັນງ່າຍດາຍຢູ່ຄູ່ດ່ານສາກົນເລ້ແທັງ-Oyadav; ສົ່ງເສີມການລົງທຶນດ້ານພະລັງງານທົດແທນ, ກະສິກຳເຕັກໂນໂລຢີສູງ, ອຸດສາຫະກໍາ-ກໍ່ສ້າງ. ເພີ່ມທະວີການຮ່ວມມືດ້ານຄົມມະນາຄົມຂົນສົ່ງ; ຍູ້ແຮງການແລກປ່ຽນປະສົບການໃນຂົງເຂດກະສິກຳ, ສາທາລະນະສຸກ, ວິທະຍາສາດ-ເຕັກໂນໂລຢີ, ສື່ມວນຊົນ; ພົບປະແລກປ່ຽນວັດທະນະທໍາ, ກິລາ; ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ຊຸກຍູ້ການຂີດເສັ້ນຊາຍແດນ, ປັກຫຼັກໝາຍເຂດຊາຍແດນຢາລາຍ-Ratanakiri…
ໂດຍ: ເຈິ່ນຮວ່ຽນ