leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baochinhphu.vn

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວ໊ກຢຸງ ໄດ້ຮັບຮູ້ກຸ່ມບໍລິສັດພະລັງງານ GS ແມ່ນໜຶ່ງໃນບັນດານັກລົງທຶນທີ່ມີກໍາລັງຄວາມສາມາດຮອບດ້ານໃນດ້ານການເງິນ, ເຕັກໂນໂລຢີ ແລະການບໍລິຫານ, ສອດຄ່ອງກັບກໍານົດທິດທາງດຶງດູດການລົງທຶນໃໝ່ຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານຫວຽດນາມ ສົ່ງເສີມກຸ່ມບໍລິສັດພະລັງງານສາກົນ, ໃນນັ້ນມີວິສາຫະກິດ ສ.ເກົາຫຼີ, ເພີ່ມທະວີການລົງທຶນເຂົ້າໃນຂົງເຂດພະລັງງານທົດແທນ; ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດໃຫຍ່, ມີກໍາລັງຄວາມສາມາດ, ຄື: ກຸ່ມບໍລິສັດພະລັງງານ GS ເຂົ້າຮ່ວມການພັດທະນາຂະແໜງໄຟຟ້າບົນພື້ນຖານແກ່ງແຍ້ງທີ່ປອດໃສ ແລະປະຕິບັດຕາມຂໍ້ກຳນົດກົດໝາຍຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວ໊ກຢຸງ ສະເໜີໃຫ້ກຸ່ມບໍລິສັດພະລັງງານ GS ສືບຕໍ່ສົມທົບກັບບັນດາອົງການ, ຄູ່ຮ່ວມມືຫວຽດນາມ ຄົ້ນຄວ້າ, ສະເໜີມາດຕະການຊຸກຍູ້ການສ້າງຕັ້ງ ແລະພັດທະນາລະບົບຕ່ອງໂສ້ຕອບສະໜອງພາຍໃນປະເທດ; ເພີ່ມທະວີການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ສ່ວນທ່ານ Yongsoo Huh ໄດ້ສະແດງຄວາມເຄົາລົບນັບຖືຕໍ່ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ສະຫຼະເວລາຕ້ອນຮັບ ແລະຕີລາຄາສູງການໜູນຊ່ວຍຂອງລັດຖະບານຫວຽດນາມ ສໍາລັບໂຄງການຂອງກຸ່ມບໍລິສັດ. ພ້ອມທັງໃຫ້ຮູ້ວ່າ ກຸ່ມບໍລິສັດພະລັງງານ GS ໄດ້ເຂົ້າຮ່ວມການລົງທຶນບາງໂຄງການຢູ່ ຫວຽດນາມ, ຄື: ໂຄງການໂຮງງານໄຟຟ້າຖ່ານຫີນ LNG ລອງອານ I ແລະ ລອງອານ II. ປະຈຸບັນ, ກຸ່ມບໍລິສັດພວມເປີດກວ້າງການເຄື່ອນໄຫວເຂົ້າໃນຂົງເຂດຂາຍຍ່ອຍຢູ່ ຫວຽດນາມ, ແມ່ນຂົງເຂດ ເຊິ່ງ GS ທີ່ມີທ່າແຮງຢູ່ ສ.ເກົາຫຼີ.

ໂດຍ: ເຈິ່ນຮວ່ຽນ