ນີ້ແມ່ນກິດຈະກຳເຄື່ອນໄຫວໃນຂໍ້ລິເລີ່ມ Landing Pad ຂອງລັດຖະບານອົດສະຕາລີ ເພື່ອແນໃສ່ເຊື່ອມຕໍ່ບັນດາວິສາຫະກິດທີ່ສະໜອງມາດຕະການແກ້ໄຂດ້ານເຕັກໂນໂລຊີການເງິນ, ເຕັກໂນໂລຊີການຄຸ້ມຄອງ, ປະຕິບັດຕາມ ແລະຂົງເຂດທີ່ກ່ຽວຂ້ອງຂອງອົດສະຕາລີ ກັບບັນດາທະນາຄານ ແລະອົງການການເງິນຢູ່ຫວຽດນາມ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພັດທະນາການບໍລິການດ້ານການເງິນທີ່ປອດໄພ, ກວມລວມ ແລະທັນສະໄໝ, ສອດຄ່ອງກັບທິດທາງຫັນເປັນດີຈີຕອນຂອງຫວຽດນາມ.

leftcenterrightdel
ທ່ານນາງ Emma McDonald, ທູດການຄ້າ ແລະການລົງທຶນຂັ້ນສູງລັດຖະບານອົດສະຕາລີ ປະຈໍາຫວຽດນາມ ແລະກຳປູເຈຍ ກ່າວຄໍາເຫັນທີ່ເຫດການ. ພາບ: qdnd.vn

ໂຄງການດັ່ງກ່າວແມ່ນໂອກາດ ເພື່ອໃຫ້ຄະນະວິສາຫະກິດອົດສະຕາລີ ຊອກຮູ້ກ່ຽວກັບທ່າອ່ຽງຫັນເປັນດີຈີຕອນຂອງບັນດາທະນາຄານ, ກອບນິຕິກຳ ແລະກາລະໂອກາດຕະຫຼາດຢູ່ ຫວຽດນາມ; ພ້ອມທັງແນະນຳກໍາລັງຄວາມສາມາດ ແລະ ຊອກຫາກາລະໂອກາດຮ່ວມມືກັບບັນດາຄູ່ຮ່ວມມືຫຼັກແຫຼ່ງ.

ທ່ານນາງ Emma McDonald, ທູດການຄ້າ ແລະການລົງທຶນຂັ້ນສູງລັດຖະບານອົດສະຕາລີ ປະຈໍາຫວຽດນາມ ແລະ ກຳປູເຈຍ ໃຫ້ຮູ້ວ່າ: “ໂຄງການແລກປ່ຽນ ແລະເຊື່ອມຕໍ່ໃນຂົງເຂດເຕັກໂນໂລຊີການເງິນ ແລະປະຕິບັດຕາມລະຫວ່າງອົດສະຕາລີ ກັບຫວຽດນາມ ແມ່ນມຸ່ງໄປເຖິງການຊຸກຍູ້ການເຊື່ອມຕໍ່ ແລະແລກປ່ຽນໂດຍກົງຖືກກັບຢູ່ໃນຕະຫຼາດ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ກິດຈະກຳເຊື່ອມຕໍ່ເຫຼົ່ານີ້ຈະສ້າງການພົວພັນຮ່ວມມືທາງການຄ້າຫຼາຍຕື່ມອີກລະຫວ່າງອົດສະຕາລີ  ແລະ ຫວຽດນາມ, ປະກອບສ່ວນສ້າງລະບົບນິເວດການເງິນທີ່ເຂັ້ມແຂງ, ເປັນໜ້າໄວ້ເນື້ອເຊື່ອໃຈ ແລະມີລັກສະນະເຊື່ອມຕໍ່ທົ່ວໂລກ - ເຊິ່ງເປັນການສົມທົບຢ່າງກົມກຽວລະຫວ່າງເອກະລັກສະເພາະຂອງຫວຽດນາມ ກັບມາດຕະການແກ້ໄຂດ້ານເຕັກໂນໂລຊີຈາກອົດສະຕາລີ”.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: qdnd.vn

ຜ່ານການຮ່ວມມື ແລະເສີມຂະຫຍາຍທ່າແຮງຂອງແຕ່ລະຝ່າຍ, ສອງປະເທດສາມາດຍົກສູງປະສິດທິຜົນໃນການດຳເນີນງານ ແລະຄຸ້ມຄອງຖານຂໍ້ມູນ, ພ້ອມທັງຊຸກຍູ້ການຫັນເປັນດີຈີຕອນ, ນະວັດຕະກຳ ແລະການພັດທະນາແບບຍືນຍົງໃຫ້ແກ່ຂະແໜງທະນາຄານຢູ່ ຫວຽດນາມ ແລະ ອົດສະຕາລີ.

ໂດຍ: ທູຈາງ