leftcenterrightdel
ບັນຍາກາດທີ່ເວທີປາໄສດຳເນີນທຸລະກິດ ແລະການລົງທຶນ ອີຢູ-ຫວຽດນາມ. ພາບ: vov.vn

ທີ່ເວທີປາໄສດຳເນີນທຸລະກິດ ແລະການລົງທຶນ ອີຢູ-ຫວຽດນາມ ໄດ້ດຳເນີນໃນຕອນເຊົ້າວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ສະຫະພາບເອີຣົບ (ອີຢູ) ປະກາດບ້ວງລົງທຶນກວ່າ 560 ລ້ານເອີໂຣ ໃຫ້ແກ່ຫວຽດນາມ, ໂດຍສຸມໃສ່ການຫັນປ່ຽນພະລັງງານ, ພັດທະນາລະບົບຄົມມະນາຄົມແບບຍືນຍົງ ແລະຍົກສູງກຳລັງຄວາມສາມາດຂອງພື້ນຖານໂຄງລ່າງ. ໄປຄຽງຄູ່ກັນນັ້ນ, ອີຢູ ກໍເລີ່ມຕົ້ນກົນໄກໜູນຊ່ວຍຄົມມະນາຄົມແບບຍືນຍົງລວມມູນຄ່າ 40 ລ້ານເອີໂຣ, ມຸ່ງໄປເຖິງການລະດົມກວ່າ 1 ຕື້ເອີໂຣ ໃຫ້ແກ່ບັນດາໂຄງການເສັ້ນທາງລົດໄຟ ແລະຄົມມະນາຄົມຕົວເມືອງທີ່ມີຂອບຂະໜາດໃຫຍ່.

ໃນເວທີປາໄສດັ່ງກ່າວກໍໄດ້ເປັນສັກຂີພິຍານການປະກາດຂໍ້ຕົກລົງຮ່ວມມືຫຼາຍສະບັບລະຫວ່າງວິສາຫະກິດອີຢູ ແລະຫວຽດນາມ ໃນບັນດາຂົງເຂດຂົນສົ່ງ, logistics, ສາທາລະນະສຸກດີຈີຕອນ ແລະອຸດສາຫະກຳ, ປະກອບສ່ວນຊຸກຍູ້ການເຊື່ອມຕໍ່ເສດຖະກິດ ແລະເປີດກວ້າງລະບົບມູນຄ່າ.

leftcenterrightdel
ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ. ພາບ: vov.vn

ກ່າວຄໍາເຫັນຢູ່ເວທີປາໄສດ້ວຍຫົວຂໍ້ “ຍຸດທະສາດປະຕູທາງເຂົ້າທົ່ວໂລກ: ການຮ່ວມມືລົງທຶນມຸ່ງໄປເຖິງອະນາຄົດແບບຍືນຍົງ”, ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ສະເໜີໃຫ້ ອີຢູ ເພີ່ມທະວີການໜູນຊ່ວຍຫວຽດນາມ ເຂົ້າເຖິງແຫຼ່ງການເງິນສີຂຽວ, ຖ່າຍທອດເຕັກໂນໂລຢີ ແລະຊຸກຍູ້ການລົງທຶນທີ່ມີຄຸນນະພາບສູງໃນບັນດາຂົງເຂດ. ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກອີຢູ ສຳເລັດການໃຫ້ສັດຕະຍາບັນສົນທິສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ (EVIPA), ຜ່ານນັ້ນສຳເລັດກອບນິຕິກຳ ແລະສ້າງຄວາມເຊື່ອໝັ້ນໃຫ້ແກ່ວິສາຫະກິດສອງຝ່າຍ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ