ຫວຽດນາມ-ຍີ່ປຸ່ນ ຊຸກຍູ້ບັນດາໂຄງການຮ່ວມມືທີ່ດີເດັ່ນ
ກປ.ອອນໄລ - ຕອນເຊົ້າວັນທີ 29 ມີນາ, ຢູ່ນອກກອງປະຊຸມສົ່ງເສີມການລົງທຶນແຂວງແທັງຮ໋ວາ ປີ 2026, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ໃຫ້ການຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ທ່ານ Ito Naoki ສືບຕໍ່ເອົາໃຈໃສ່, ຊຸກຍູ້ບັນດາໂຄງການຮ່ວມມືລົງທຶນກັບຫວຽດນາມ, ໃນນັ້ນມີແຂວງແທງຮ໋ວາ - ເຊິ່ງແມ່ນທ້ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນເພື່ອພັດທະນາ, ເປັນຕົ້ນແມ່ນໃນຂົງເຂດຮັບປະກັນຕ່ອງໂສ້ການສະໜອງ ແລະພະລັງງານ...
ທ່ານນາຍົກລັດຖະມົນຕີ ຍັງເນັ້ນໜັກເຖິງຫຼັກການຮ່ວມມື, ຄື: “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນກັນ” ແລະ “ເມື່ອໄດ້ເວົ້າແລ້ວແມ່ນຕ້ອງໄດ້ເຮັດ, ເມື່ອໄດ້ໃຫ້ຄຳໝັ້ນສັນຍາແມ່ນຕ້ອງປະຕິບັດ, ເມື່ອປະຕິບັດແມ່ນຕ້ອງມີປະສິດທິຜົນ”, ຜ່ານນັ້ນປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືລົງທຶນ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ວິສາຫະກິດ ແລະປະຊາຊົນສອງປະເທດ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ Ito Naoki ໃຫ້ຮູ້ວ່າ: ແຂວງແທັງຮວ໋າ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີຫຼາຍໂຄງການລົງທຶນຂອງຍີ່ປຸ່ນ ເຊັ່ນ: ໂຄງການກັ່ນນ້ຳມັນ ຫງີເຊີນ, ໂຮງງານຊີມັງ ຫງີເຊີນ, ໂຮງໄຟຟ້າພະລັງຄວາມຮ້ອນ ຫງີເຊີນ... ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງແທັງຮວ໋າ ເວົ້າສະເພາະ ແລະຫວຽດນາມ ເວົ້າລວມ.
ທ່ານເອກອັກຄະລັດຖະທູດ ຕີລາຄາສູງຄວາມເອົາໃຈໃສ່ ແລະການໜູນຊ່ວຍທີ່ຕັ້ງໜ້າຂອງການນຳ ແລະອໍານາດການປົກຄອງແຂວງແທັງຮ໋ວາ ທີ່ມີຕໍ່ກັບບັນດານັກລົງທຶນຍີ່ປຸ່ນ, ພ້ອມທັງຢືນຢັນຈະສືບຕໍ່ຊຸກຍູ້ການຮ່ວມມືກັບແຂວງແທັງຮ໋ວາ ໃນໄລຍະຈະມາເຖິງ.
ທ່ານເອກອັກຄະລັດຖະທູດ ປາດຖະໜາຢາກສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ບັນດາໂຄງການຮ່ວມມືທີ່ດີເດັ່ນລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ເຊັ່ນ: ໂຄງການໂຮງງານກັ່ນນ້ຳມັນ ຫງີເຊີນ ແລະໂຄງການມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ.
ໂດຍ: ທູຈາງ