ໜູນຊ່ວຍວິສາຫະກິດຫວຽດນາມ ລົງທຶນ ແລະດຳເນີນທຸລະກິດຢູ່ ອິນໂດເນເຊຍ
ກປ.ອອນໄລ - ຫວ່າງແລ້ວນີ້, ຢູ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມກັບວິສາຫະກິດພວມລົງທຶນ ແລະດຳເນີນທຸລະກິດຢູ່ ອິນໂດເນເຊຍ ເພື່ອແລກປ່ຽນມາດຕະການ, ທິດທາງຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນໂດເນເຊຍ.
ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະອິນໂດເນເຊຍ ໃນໄລຍະ 70 ປີຜ່ານມາ ແລະພິເສດແມ່ນເລື່ອງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນມີນາ 2025, ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໄດ້ມີບາດກ້າວພັດທະນາຢ່າງແຂງແຮງໃນໄລຍະຜ່ານມາ. ວົງເງິນການຄ້າສອງສົ້ນບັນລຸ 17,2 ຕື້ໂດລາສະຫະລັດໃນປີ 2025, ຄາດວ່າບັນລຸເປົ້າໝາຍ 18 ຕື້ໂດລາສະຫະລັດໃນປີ 2028. ຈໍານວນນັກທ່ອງທ່ຽວອິນໂດເນເຊຍ ມາຫວຽດນາມ ໃນປີ 2025 ບັນລຸ 203.000 ຄົນ.
    |
 |
|
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ກະຊວງການຕ່າງປະເທດ |
ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີ ຫງວຽນແມ້ງເກື່ອງ ໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະຄວາມຕັດສິນໃຈຂອງວິສາຫະກິດຫວຽດນາມ ໃນການເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ ອິນໂດເນເຊຍ; ພ້ອມທັງຢືນຢັນວ່າ ກະຊວງການຕ່າງປະເທດ ໃນຊຸມປີຜ່ານມາຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງວຽກງານການທູດເສດຖະກິດ, ການທູດຮັບໃຊ້ການພັດທະນາ.
ທ່ານຮອງລັດຖະມົນຕີ ຫງວຽນແມ້ງເກື່ອງ ສະເໜີໃຫ້ບັນດາວິສາຫະກິດເສີມຂະຫຍາຍບົດບາດນໍາໜ້າ, ມີຫົວຄິດປະດິດສ້າງເພື່ອເພີ່ມທະວີການເຊື່ອມຕໍ່ ແລະການຮ່ວມມືລະຫວ່າງສອງພື້ນຖານເສດຖະກິດຢ່າງມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະອິນໂດເນເຊຍ.
ກະຊວງການຕ່າງປະເທດ ສືບຕໍ່ຮ່ວມເດີນທາງພ້ອມກັບວິສາຫະກິດຫວຽດນາມ ດ້ວຍຈິດໃຈຖືວິສາຫະກິດ ແລະປະຊາຊົນເປັນໃຈກາງ, ຊຸກຍູ້ກາລະໂອກາດຮ່ວມມືດຳເນີນທຸລະກິດ ແລະໜູນຊ່ວຍວິສາຫະກິດເພື່ອຫັນເປັນໝາກຜົນລະອຽດຢູ່ຕະຫຼາດສາກົນ, ໃນນັ້ນມີ ອິນໂດເນເຊຍ.
ໂດຍ: ເຈິ່ນຮວ່ຽນ