ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທງຈ່າ ຕ້ອນຮັບປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸຸຸ່ມບໍລິສັດ Erex
ກປ.ອອນໄລ - ທ່ານ Honna Hitoshi ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Erex (ຍີ່ປຸ່ນ) ໃຫ້ຮູ້ວ່າ ກຸ່ມບໍລິສັດ Erex ປາດຖະໜາຢາກສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ຕອນບ່າຍວັນທີ 16 ເມສາ, ຕ້ອນຮັບທ່ານ Honna Hitoshi, ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດໃຫຍ່ Erex (ຢີ່ປຸ່ນ), ທ່ານນາງ ຟ້າມທິແທງຈ່າ ຫວັງວ່າ Erex ສືບຕໍ່ບັນລຸໄດ້ຜົນງານຫຼາຍຢ່າງໃນການເຄື່ອນໄຫວການຜະລິດ, ດໍາເນີນທຸລະກິດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງສອງປະເທດຍີ່ປຸ່ນ ແລະຫວຽດນາມ.
    |
 |
|
ທ່ານນາງ ຟ້າມທິແທງຈ່າ ຮອງນາຍົກລັດຖະມົນຕີ ແລະທ່ານ Honna Hitoshi ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດໃຫຍ່ Erex (ຢີ່ປຸ່ນ). ພາບ: baochinhphu.vn |
ຕີລາຄາສູງລາຍການບໍາລຸງສ້າງພະນັກງານ ໂດຍກະຊວງພາຍໃນຫວຽດນາມ ແລະກຸ່ມບໍລິສັດ Erex (ຍີ່ປຸ່ນ) ສົມທົບກັນຜັນຂະຫຍາຍແຕ່ປີ 2022, ສຸມໃສ່ຍົກສູງກໍາລັງຄວາມສາມາດໃນການຄຸ້ມຄອງພາກລັດ, ເປັນຕົ້ນແມ່ນສໍາລັບຖັນແຖວພະນັກງານຮາກຖານ, ລັດຖະກອນໜຸ່ມ ແລະພະນັກງານຍິງ, ທ່ານນາງ ຟ້າມທິແທງຈ່າ ໃຫ້ຮູ້ວ່າ ຜ່ານລາຍການນີ້, ມີພະນັກງານ, ການນໍາຂັ້ນທ້ອງຖິ່ນຂອງຫວຽດນາມ ເກືອບ 300 ຄົນທີ່ໄດ້ສົ່ງໄປຮໍ່າຮຽນ, ບໍາລຸງສ້າງຢູ່ ຍີ່ປຸ່ນ. ຫຼັງຈາກບໍາລຸງສ້າງແລ້ວ, ຖັນແຖວນີ້ເສີມຂະຫຍາຍກໍາລັງຄວາມສາມາດຢູ່ຮາກຖານເປັນຢ່າງດີ; ມີພະນັກງານໜຸ່ມປະມານ 60% ໄດ້ຈັດວາງຢູ່ໃນຖານະສູງກວ່າ, ສະແດງໃຫ້ເຫັນປະສິດທິຜົນຢ່າງແທດຈິງຂອງລາຍການ.
ຕາມທ່ານນາງ ຮອງນາຍົກລັດຖະມົນຕີ ແລ້ວ, ວຽກງານກໍ່ສ້າງ, ບໍາລຸງສ້າງພະນັກງານໃຫ້ແກ່ພະນັກງານ, ຂະແໜງການ, ທ້ອງຖິ່ນແມ່ນໜ້າທີ່ສໍາຄັນຂອງລັດຖະບານຫວຽດນາມ. ບັນດາໂຄງການຮ່ວມມືສາກົນຢ່າງແທດຈິງ ຄືກັບກຸ່ມບໍລິສັດ Erex ໄດ້ປະກອບສ່ວນຍົກສູງຄຸນນະພາບໃຫ້ແກ່ຖັນແຖວພະນັກງານ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພັດທະນາໃນໄລຍະຜ່ານມາ.
ທ່ານ Honna Hitoshi ໃຫ້ຮູ້ວ່າ ກຸ່ມບໍລິສັດ Erex ປາດຖະໜາຢາກສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ໃນການພັດທະນາຊັບພະຍາກອນທີ່ມີຄຸນນະພາບສູງ. ຢືນຢັນການບໍາລຸງສ້າງຊັບພະຍາກອນມະນຸດແມ່ນການເຄື່ອນໄຫວທີ່ມີຄວາມໝາຍອັນຍາວນານ, ແມ່ນພື້ນຖານສໍາຄັນໃຫ້ແກ່ການພັດທະນາແບບຍືນຍົງ, ທ່ານ Honna Hitoshi ຖືວ່າ, Erex ຈະສືບຕໍ່ຮັກສາ ແລະເປີດກວ້າງໂຄງການຮ່ວມມື, ຜ່ານນ້ັນປະກອບສ່ວນແທດຈິງເຂົ້າໃນວິວັດການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.
ໂດຍ: ໄຊນີດາ