ກອງປະຊຸມມີບົດລາຍງານວິທະຍາສາດ 12 ບົດ (7 ບົດຂອງວິທະຍາຄານການແພດກອງທັບຫວຽດນາມ ແລະ 5 ບົດຂອງວິທະຍາຄານການແພດກອງທັບລາວ). ນີ້ແມ່ນເວທີປາໄສເພື່ອແບ່ງປັນຜົນການຄົ້ນຄວ້າ, ແລກປ່ຽນບົດຮຽນ, ປຶກສາຫາລືສິ່ງທ້າທາຍ ແລະກາລະໂອກາດ, ປະກອບສ່ວນພັດທະນາການແພດທະຫານຂອງສອງປະເທດ.

leftcenterrightdel
ທ່ານພົນຕີ, ສຈ, ປອ ເຈິ່ນຫວຽດຕ໊ຽນ, ຫົວໜ້າວິທະຍາຄານການແພດກອງທັບຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນຕີ, ສຈ, ປອ ເຈິ່ນຫວຽດຕ໊ຽນ, ຫົວໜ້າວິທະຍາຄານການແພດກອງທັບຫວຽດນາມ ເນັ້ນໜັກວ່າ: ໃນຂົງເຂດການແພດທະຫານ, ສອງວິທະຍາຄານ ໄດ້ຜັນຂະຫຍາຍການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນຫຼາຍຢ່າງ ຄື: ຈັດສົ່ງຄູອາຈານ, ຊ່ຽວຊານມາໜູນຊ່ວຍ; ຈັດກອງປະຊຸມວິທະຍາສາດ. ນັບແຕ່ປີ 1954 ມາຮອດປະຈຸບັນ, ວິທະຍາຄານການແພດກອງທັບຫວຽດນາມ ໄດ້ບໍາລຸງສ້າງແພດທະຫານລາວ ທຸກລະດັບ 665 ຄົນ, ໃນນັ້ນມີຫຼາຍຄົນໄດ້ກາຍເປັນພະນັກງານຂັ້ນສູງຂອງພັກ, ລັດ ແລະກອງທັບປະຊາຊົນລາວ.

leftcenterrightdel
ທ່ານພົນຈັດຕະວາ, ຮສຈ, ປອ ຈັນສະໝອນ ມະຫາວົງ, ຫົວໜ້າການທະຫານວິທະຍາຄານການແພດກອງທັບລາວ  ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ທ່ານພົນຕີ, ສຈ, ປອ ເຈິ່ນຫວຽດຕ໊ຽນ ສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາໃນຂະແໜງການແພດທະຫານຂອງລາວ ແລະການຮ່ວມມືລະຫວ່າງສອງວິທະຍາຄານ. ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຜັນຂະຫຍາຍ ແລະຍົກສູງປະສິດທິຜົນການຮ່ວມມື, ກໍ່ສ້າງສອງວິທະຍາຄານ ໃຫ້ກາຍເປັນສູນບໍາລຸງກໍ່ສ້າງ ແລະຄົ້ນຄວ້າການແພດທະຫານຊັ້ນນໍາໃນພາກພື້ນ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະກອງທັບສອງປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ, ຮສຈ, ປອ ຈັນສະໝອນ ມະຫາວົງ, ຫົວໜ້າການທະຫານວິທະຍາຄານການແພດກອງທັບລາວ ປາດຖະໜາຢາກວ່າ ຜ່ານກອງປະຊຸມ ແລະບັນດາການເຄື່ອນໄຫວຕໍ່ໄປ, ວິທະຍາຄານການແພດກອງທັບຫວຽດນາມ ຈະສືບຕໍ່ໜູນຊ່ວຍວິທະຍາຄານການແພດກອງທັບລາວ ດ້ານວິຊາສະເພາະ, ເພື່ອປະກອບສ່ວນເພີ່ມພູນຄູນສ້າງໃຫ້ນໍ້າໃຈມິດຕະພາບລະຫວ່າງສອງວິທະຍາຄານ, ສອງກອງທັບ ແລະສອງຊາດໃຫ້ຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ທູຈາງ