ການຮ່ວມມືທ້ອງຖິ່ນແມ່ນຊ່ອງທາງສຳຄັນໃນການພົວພັນ ຫວຽດນາມ-ຍີ່ປຸ່ນ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ເຂົ້າຮ່ວມວັນແຫ່ງຊາດຫວຽດນາມ ຢູ່ງານວາງສະແດງ EXPO Osaka 2025, ວັນທີ 8 ກັນຍາ, ທ່ານ ເລແທັ່ງລອງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Yoshimura Hirofumi ຜູ້ວ່າການແຂວງ Osaka.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຍີ່ປຸ່ນ, ພິເສດແມ່ນການຮ່ວມມືທ້ອງຖິ່ນ; ການຮ່ວມມືດ້ານເສດຖະກິດແມ່ນຈຸດພົ້ນເດັ່ນເມື່ອມີຫຼາຍວິສາຫະກິດ Osaka ພວມລົງທຶນຢູ່ຫວຽດນາມ; ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານວັດທະນະທຳຢ່າງໃກ້ຊິດ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.
    |
 |
ທ່ານ ເລແທັ່ງລອງ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Yoshimura Hirofumi ຜູ້ວ່າການແຂວງ Osaka. ພາບ: baochinhphu.vn |
ຢືນຢັນວ່າ ຫວຽດນາມ ຖືການຮ່ວມມືທ້ອງຖິ່ນແມ່ນຊ່ອງທາງສຳຄັນ, ແທດຈິງແນໃສ່ເຮັດໃຫ້ການພົວພັນ ຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງກວ່າອີກ, ທ່ານ ເລແທັ່ງລອງ ສະເໜີທ່ານ Yoshimura Hirofumi ແລະອໍານາດການປົກຄອງແຂວງ Osaka ສືບຕໍ່ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ ໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີຊີວະພາບ, ວັດສະດຸກໍ່ສ້າງ, ປົກປັກຮັກສາສິ່ງແວດລ້ອມ, ບຳບັດສິ່ງເສດເຫຼືອ ແລະເຕັກໂນໂລຢີປຸງແຕ່ງສະບຽງອາຫານ; ສະໜັບສະໜູນວິສາຫະກິດຍີ່ປຸ່ນ ລົງທຶນເຂົ້າຫວຽດນາມ; ເປີດສາຍບິນລະຫວ່າງສອງປະເທດຕື່ມອີກເພື່ອຊຸກຍູ້ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ...
ສ່ວນທ່ານ Yoshimura Hirofumi ໃຫ້ຮູ້ວ່າ ຫໍວາງສະແດງຫວຽດນາມ ຢູ່ EXPO Osaka 2025 ແມ່ນໜຶ່ງໃນບັນດາຫໍວາງສະແດງແຫ່ງຊາດ ໂດຍນັກທ່ອງທ່ຽວຍີ່ປຸ່ນ ແລະສາກົນ ໄປຢ້ຽມຢາມຫຼາຍທີ່ສຸດ; ຕີລາຄາວ່າ ການພົບປະແລກປ່ຽນ ແລະການຮ່ວມມືວັດທະນະທຳຈະຊຸກຍູ້ຄວາມເຂົ້າໃຈ, ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ.
ໂດຍ: ເຈິ່ນຮວ່ຽນ