ນະຄອນໂຮ່ຈີມິນ ແລະແຂວງ Yamaguchi (ຍີ່ປຸ່ນ) ຊຸກຍູ້ການຮ່ວມມື
ກປ.ອອນໄລ - ຫວ່າງແລ້ວນີ້, ທ່ານ ຫວໍວັນມິງ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານແຂວງ Yamaguchi (ຍີ່ປຸ່ນ) ນຳໂດຍທ່ານ Muraoka Tsugumasa, ຜູ້ວ່າການແຂວງ Yamaguchi ທີ່ພວມມີການຢ້ຽມຢາມນະຄອນ.
    |
 |
ທ່ານ Muraoka Tsugumasa ຜູ້ວ່າການແຂວງ Yamaguchi (ຍີ່ປຸ່ນ) ໃຫ້ຮູ້ວ່າ ແຂວງ Yamaguchi ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການພັດທະນາອຸດສາຫະກຳ, ດຶງດູດການເຂົ້າຮ່ວມຂອງຫຼາຍກຸ່ມບໍລິສັດແຖວໜ້າ ຍີ່ປຸ່ນ. ພາບ: vov.vn |
ທີ່ການຕ້ອນຮັບ, ທ່ານ Muraoka Tsugumasa ໃຫ້ຮູ້ວ່າ ແຂວງ Yamaguchi ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການພັດທະນາອຸດສາຫະກຳ, ດຶງດູດການເຂົ້າຮ່ວມຂອງຫຼາຍກຸ່ມບໍລິສັດແຖວໜ້າຍີ່ປຸ່ນ, ຄື: Hitachi, ວິສາຫະກິດຜະລິດລົດໄຟຄວາມໄວສູງ ແລະຂະແໜງອຸດສາຫະກຳປາຍແຫຼມອື່ນໆ. ຕາມທ່ານ Muraoka Tsugumasa ແລ້ວ, ທ່ານໄດ້ປະທັບໃຈຕໍ່ຄວາມຂະຫຍັນຂັນເຂື່ອນ, ຄວາມສາມາດບົ່ມຊ້ອນການພັດທະນາ ກໍ່່ຄືບົດບາດເສດຖະກິດຂອງນະຄອນໂຮ່ຈີມິນ. ທ່ານຫວັງວ່າສອງຝ່າຍຈະສືບຕໍ່ມີກາລະໂອກາດຮ່ວມມືໃໝ່ຫຼາຍກວ່າ, ເປັນຕົ້ນແມ່ນໃນຂົງເຂດ ເຊິ່ງນະຄອນໂຮ່ຈີມິນ ທີ່ມີທ່າແຮງ ແລະYamaguchi ພວມມີຄວາມສົນໃຈ.
ຕາງໜ້າການນຳນະຄອນໂຮ່ຈີມິນ, ທ່ານ ຫວໍວັນມິງ ຢືນຢັນວ່າ ນະຄອນໂຮ່ຈີມິນ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເປີດກວ້າງການຮ່ວມມືກັບ Yamaguchi, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ນະຄອນໂຮ່ຈີມິນ ຊົມເຊີຍ ແລະຮຽກຮ້ອງບັນດາວິສາຫະກິດ Yamaguchi ເພີ່ມທະວີການລົງທຶນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງນະຄອນ, ຜ່ານນັ້ນປະກອບສ່ວນຮັດແໜ້ນການພົວພັນຮ່ວມມືມິດຕະພາບລະຫວ່າງສອງທ້ອງຖິ່ນເວົ້າສະເພາະ ແລະລະຫວ່າງ ຫວຽດນາມ-ຍີ່ປຸ່ນ ເວົ້າລວມ.
ໂດຍ: ເຈິ່ນຮວ່ຽນ