ສ້າງຄວາມເຊື່ອໝັ້ນ, ຊຸກຍູ້ການຮ່ວມມືທາງທະເລລະຫວ່າງ ຫວຽດນາມ ແລະຈີນ
ກປ.ອອນໄລ - ວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນການຕ່າງປະເທດ ໄດ້ສົມທົບກັບສະຖາບັນຄົ້ນຄວ້າ Nan Hai ຈີນ ຈັດຕັ້ງການເຈລະຈາວິຊາການສຶກສາ ດ້ວຍຫົວຂໍ້ "25 ປີແຫ່ງສັນຍາຂີດເສັ້ນອ່າວພາກເໜືອ: ບົດຮຽນ ແລະອະນາຄົດການຮ່ວມມືທາງທະເລສອງຝ່າຍ".
ນີ້ແມ່ນການເຄື່ອນໄຫວເຈລະຈາລະຫວ່າງສອງອົງການຄົ້ນຄວ້າວິຊາການສຶກສາແຖວໜ້າ ກ່ຽວກັບທະເລຕາເວັນອອກຂອງສອງປະເທດ ເພື່ອຊອກຫາແນວຄວາມຄິດປະດິດສ້າງແນໃສ່ສ້າງຄວາມເຊື່ອໝັ້ນ, ຊຸກຍູ້ການຮ່ວມມືທາງທະເລລະຫວ່າງສອງປະເທດ.
    |
 |
ບັນດາຜູ້ແທນເຂົ້າຮ່ວມການເຈລະຈາຖ່າຍຮູບທີ່ລະນຶກ. ພາບ: baoquocte.vn |
ທີ່ການເຈລະຈາ, ບັນດາຜູ້ແທນລ້ວນແຕ່ເຫັນດີເປັນເອກະພາບສູງກ່ຽວກັບຄວາມໝາຍປະຫວັດສາດສຳຄັນຂອງສັນຍາສໍາລັບການພົວພັນສອງຝ່າຍ ແລະການພົວພັນ ຈີນ-ອາຊຽນ, ປະກອບສ່ວນສຳຄັນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ກໍ່ຄືໃນໂລກ. ສອງຝ່າຍເນັ້ນໜັກເຖິງການປະຕິບັດຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດ, ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະປະເພນີພ້ອມກັບພຶດຕິກຳຕົວຈິງສາກົນທີ່ກ່ຽວຂ້ອງ, ເຄົາລົບຫຼັກການຍຸຕິທຳ ແລະຄຳນຶງເຖິງທຸກສະພາບການທີ່ກ່ຽວຂ້ອງ, ຄື: ພູມສາດທຳມະຊາດ, ຊີວິດການເປັນຢູ່ຂອງປະຊາຊົນສອງປະເທດໃນອ່າວພາກເໜືອແມ່ນປັດໄຈສຳຄັນປະກອບສ່ວນເຂົ້າໃນວິວັດການເຈລະຈາສໍາເລັດຜົນ.
ບົນພື້ນຖານຖອດຖອນບົດຮຽນຂອງວິວັດການເຈລະຈາ, ລົງນາມໃນສັນຍາ, ບັນດາຜູ້ແທນໄດ້ປຶກສາຫາລື, ສະເໜີບັນດາຂໍ້ລິເລີ່ມຊຸກຍູ້ການຮ່ວມມືທາງທະເລລະຫວ່າງສອງປະເທດ. ບັນດາຄຳເຫັນ, ສະເໜີຂອງນັກຊ່ຽວຊານ, ນັກຮຽນຮູ້ສອງປະເທດຈະປະກອບສ່ວນຊ່ວຍໃຫ້ອົງການທີ່ກ່ຽວຂ້ອງຂອງສອງຝ່າຍຄົ້ນຄວ້າ, ຜັນຂະຫຍາຍການຮ່ວມມືໃນໄລຍະຈະມາເຖິງ.
ໂດຍ: ເຈິ່ນຮວ່ຽນ