ທີ່ການຕ້ອນຮັບ, ຄະນະ ໄດ້ຮັບຟັງທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ແລະ ທ່ານ ຫງວຽນຈ້ອງເຄວ ອຸປະທູດຊົ່ວຄາວ ແຫ່ງ ສສ ຫວຽດນາມ ປະຈຳແຂວງຫຼວງພະບາງ ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະສະພາບການລົງທຶນຂອງ ຫວຽດນາມ ຢູ່ ລາວ.

leftcenterrightdel
ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງເລິມດົ່ງ ຢ້ຽມຢາມສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ. ພາບ: baolamdong.vn

ຜູ້ຕາງໜ້າສະຖານທູດ ແລະສະຖານກົງສູນໃຫຍ່ຫວຽດນາມ ປະຈໍາລາວ ໄດ້ເນັ້ນໜັກເຖິງບົດບາດຂອງວຽກງານທູດປະຊາຊົນ ເຊິ່ງແມ່ນໜຶ່ງໃນ 3 ເສົາຄໍ້າຂອງວຽກງານການຕ່າງປະເທດຂອງພັກ ແລະລັດຫວຽດນາມ.

leftcenterrightdel
ສະຫາຍ ຫງວຽນບ້ານ (ຊ້າຍ) ແລະສະຫາຍ ຫງວຽນຈ້ອງເຄວ ອຸປະທູດຊົ່ວຄາວ ແຫ່ງ ສສ ຫວຽດນາມ ປະຈຳແຂວງຫຼວງພະບາງ ແລກປ່ຽນທີ່ການພົບປະ. ພາບ: baolamdong.vn

ຕາງໜ້າໃຫ້ຄະນະ, ທ່ານ ຫງວຽນບ້ານ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການຕ້ອນຮັບອັນສົມກຽດຂອງສະຖານທູດ ແລະສະຖານກົງສູນໃຫຍ່. ພ້ອມທັງຢືນຢັນວ່າ ການຢ້ຽມຢາມໄດ້ປະກອບສ່ວນປັບປຸງ ແລະເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ.

leftcenterrightdel
ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງເລິມດົ່ງ ມອບຂອງຂວັນໃຫ້ສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ. ພາບ: baolamdong.vn

ໃນການຢ້ຽມຢາມ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງເລິມດົ່ງ ໄດ້ມອບຄອມພິວເຕີຕັ້ງໂຕະຈໍານວນ 15 ຊຸດ, ດ້ວຍມູນຄ່າເກືອບ 300 ລ້ານດົ່ງໃຫ້ແກ່ໂຮງຮຽນ 3 ແຫ່ງ; ໃນນັ້ນມີ 2 ໂຮງຮຽນມັດທະຍົມຕອນປາຍ ໂດຍແຂວງເລິມດົ່ງ ອຸປະຖໍາ.

leftcenterrightdel
ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງເລິມດົ່ງ ມອບຂອງຂວັນໃຫ້ສະຖານທູດຫວຽດນາມ ປະຈຳ ສປປ ລາວ. ພາບ: baolamdong.vn

ນອກຈາກນີ້, ຄະນະຍັງໄດ້ມອບທຶນການສຶກສາ 200 ທຶນ, ດ້ວຍມູນຄ່າທັງໝົດ 200 ລ້ານດົ່ງ ແລະຂອງຂວັນໃຫ້ນັກຮຽນທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກຢູ່ສອງແຂວງແຮກສ່ຽວ ແມ່ນ: ຈຳປາສັກ ແລະບໍລິຄຳໄຊ.

leftcenterrightdel
ມອບທຶນການສຶກສາໃຫ້ນັກຮຽນທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກຢູ່ລາວ. ພາບ: baolamdong.vn

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນສ້າງເງື່ອນໄຂໃຫ້ນັກສຶກສາລາວ ມີກາລະໂອກາດຮ່ຳຮຽນ, ພິເສດແມ່ນການຮຽນພາສາຫວຽດນາມ ເຊິ່ງແມ່ນຄວາມຕ້ອງການອັນຮີບດ່ວນໃນສະພາບການເຊື່ອມໂຍງ ແລະການປະຕິວັດອຸດສາຫະກຳ 4.0.

ໂດຍ: ໄຊຊະນະ