    |
 |
ສາດສະດາຈານ Choe Won Gi ຜູ້ອຳນວຍການສູນຄົ້ນຄວ້າອາຊຽນ-ອິນເດຍ ຂຶ້ນກັບສະຖາບັນການຕ່າງປະເທດ ສ.ເກົາຫຼີ (KNDA). ພາບ: ສໍານັກຂ່າວສານຫວຽດນາມ |
ການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແຕ່ວັນທີ 10-13 ສິງຫານີ້ ໄດ້ຕັ້ງຄວາມຫວັງໄວ້ວ່າຈະເປີດກາລະໂອກາດຍຸດທະສາດໃໝ່, ບໍ່ພຽງແຕ່ໃຫ້ແກ່ການພົວພັນສອງຝ່າຍຫວຽດນາມ-ສ.ເກົາຫຼີ ເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ໂຄງປະກອບການຮ່ວມມືພາກພື້ນໃຫ້ມີຄວາມສົມດຸນ, ມີສະຖຽນລະພາບ ແລະຍືນຍົງ.
ໃນການໃຫ້ສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍານະຄອນ ຫຼວງ ເຊອູນ ກ່ອນການຢ້ຽມຢາມ, ສາດສະດາຈານ Choe Won Gi, ຜູ້ອຳນວຍການສູນຄົ້ນຄວ້າອາຊຽນ-ອິນເດຍ ຂຶ້ນກັບສະຖາບັນການຕ່າງປະເທດ ສ.ເກົາຫຼີ (KNDA) ເນັ້ນໜັກວ່າ: “ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການພົວພັນຕ່າງປະເທດຂອງ ສ.ເກົາຫຼີ ສໍາລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນໃນຂອບເຂດຂໍ້ລິເລີ່ມສາມັກຄີ ອາຊຽນ-ສ.ເກົາຫຼີ (KASI)”.
ຕາມສາດສະດາຈານ Choe Won Gi ແລ້ວ, ເຖິງວ່າ ສ.ເກົາຫຼີ ຫາກໍ່ຜ່ານຂະບວນການໂອນອຳນາດທາງດ້ານການເມືອງກໍ່ຕາມ, ແຕ່ອຳນາດການປົກຄອງຊຸດໃໝ່ຂອງທ່ານ Lee Jae Myung ປະທານາທິບໍດີ ຍັງໃຫ້ຄຳໝັ້ນສັນຍາຮັກສາບັນດາບຸລິມະສິດຍຸດທະສາດກັບ ອາຊຽນ, ໃນນັ້ນ ຫວຽດນາມ ສວມບົດບາດເປັນໃຈກາງ.
ດັ່ງນັ້ນ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈຶ່ງໄດ້ຕັ້ງຄວາມຫວັງໄວ້ວ່າຈະສ້າງຂີດໝາຍບາດກ້າວພັດທະນາໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ດ້ວຍຈຸດສຸມແມ່ນບັນດາຂົງເຂດ, ຄື: ການຫັນເປັນດີຈີຕອນ, ລະບົບຕ່ອງໂສ້ການສະໜອງ, ເຄິ່ງຊັກນຳໄຟຟ້າ, ພະລັງງານສະອາດ ແລະຄວາມໝັ້ນຄົງທາງທະເລ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະເຕັກໂນໂລຢີໃນສະພາບແວດລ້ອມທີ່ມີການແກ້ງແຍ້ງທົ່ວໂລກ, ສາດສະດາຈານ Choe ຖືວ່າ ຫວຽດນາມ ແລະສ.ເກົາຫຼີ ພວມຢືນຢູ່ຕໍ່ໜ້າຄວາມຕ້ອງການອັນຮີບດ່ວນຕ້ອງປັບປ່ຽນຮູບແບບຍຸດທະສາດການຮ່ວມມື, ແນໃສ່ຮັບມືກັບການຜັນແປຂອງໂລກ, ໃນນັ້ນມີການພັດທະນາຂອງເຕັກໂນໂລຢີໃໝ່, ຄື: ປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ ແລະເຕັກໂນໂລຢີຊີວະພາບ.
ສາດສະດາຈານ Choe ໃຫ້ຂໍ້ສັງເກດວ່າ: “ຫວຽດນາມ ຕ້ອງສ້າງພື້ນຖານການຮ່ວມມືດ້ານເຕັກໂນໂລຢີລຸ້ນໃໝ່ກັບ ສ.ເກົາຫຼີ, ບໍ່ພຽງແຕ່ຢຸດຢູ່ຜະລິດຕະພັນບໍລິໂພກເທົ່ານັ້ນ. ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະຖ່າຍທອດເຕັກໂນໂລຢີຈະແມ່ນຂໍກຸນແຈເພື່ອໃຫ້ສອງປະເທດກ້າວເຂົ້າສູ່ລະບົບຕ່ອງໂສ້ມູນຄ່າທົ່ວໂລກ”. ນອກຈາກຜົນປະໂຫຍດຂອງສອງຝ່າຍແລ້ວ, ສາດສະດາຈານ Choe ກໍ່ໃສ່ໃຈເຖິງບົດບາດໃຈກາງຂອງອາຊຽນ ທີ່ພວມອ່ອນແອລົງໃນສະພາບທີ່ພາກພື້ນກຳລັງປະເຊີນໜ້າກັບການຂາດຄວາມບໍ່ສະຫງົບຢູ່ພາຍໃນ ແລະແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່.
ສາດສະດາຈານ Choe ຖືວ່າ, ສ.ເກົາຫຼີ ແລະຫວຽດນາມ ຄວນສວມບົດບາດຕັ້ງໜ້າໃນການກຳນົດໂຄງປະກອບອຳນາດທີ່ສົມດຸນ, ຊຸກຍູ້ຄວາມເປັນລະບຽບຂອງພາກພື້ນໂດຍອີງໃສ່ລະບຽບກົດໝາຍ, ພ້ອມທັງຮັກສາຄວາມເສລີໃນການເດີນທະເລຢູ່ທະເລຕາເວັນອອກ-ເສັ້ນທາງເດີນທະເລທີ່ສຳຄັນຂອງພື້ນຖານເສດຖະກິດ ສ.ເກົາຫຼີ.
ສາດສະດາຈານ Choe ເນັ້ນໜັກວ່າ: “ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດໍາເນີນໄປກົງກັບຈຸດເວລາ ອາດຈະຕັ້ງພື້ນຖານໃຫ້ແກ່ໄລຍະຮ່ວມມືຍຸດທະສາດລະຫວ່າງ ສ.ເກົາຫຼີ ແລະຫວຽດນາມ ຢ່າງເລິກເຊິ່ງ ແລະຮອບດ້ານກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມໝັ້ນຄົງ ແລະວັດທະນາຖາວອນຂອງພາກພື້ນ”.
ໂດຍ: ເຈິ່ນຮວ່ຽນ