ເຫດການດັ່ງກ່າວ ໂດຍ ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ສົມທົບກັບກະຊວງການຄ້າກຳປູເຈຍ ຈັດຕັ້ງ ຈະດຶງດູດການເຂົ້າຮ່ວມຂອງວິສາຫະກິດ ຫວຽດນາມ ແລະກຳປູເຈຍ ນັບສິບແຫ່ງທີ່ເຄື່ອນໄຫວໃນບັນດາຂົງເຂດການຜະລິດ, ການຈຳໜ່າຍ, logistics ແລະການສົ່ງອອກນຳເຂົ້າຜ່ານດ່ານຊາຍແດນຕ່າງໆ.

leftcenterrightdel
ບັນຍາກາດຂອງກອງປະຊຸມ. ພາບ: tayninh.gov.vn

ກອງປະຊຸມແມ່ນໂອກາດເພື່ອໃຫ້ວິສາຫະກິດສອງປະເທດ ແລກປ່ຽນການຄ້າໂດຍກົງ, ເຊື່ອມຕໍ່ການສະໜອງ ແລະຄວາມຕ້ອງການ, ວາງສະແດງ ແລະແນະນຳຜະລິດຕະພັນ. ພ້ອມດຽວກັນນັ້ນ, ບັນດາສະຫະສະມາຄົມ, ວິສາຫະກິດ ແລະທ້ອງຖິ່ນສອງຝ່າຍ ຈະດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳ, ຂໍ້ຕົກລົງຮ່ວມມື.

ຢູ່ນອກ​ກອງ​ປະຊຸມ, ກະຊວງ​ອຸດສາຫະກຳ ​ແລະການ​ຄ້າຫວຽດນາມ ຈະຈັດ​ຕັ້ງ​ຊຸດ​ບໍາລຸງສ້າງ​ໃຫ້​ບັນດາ​ນັກທຸລະກິດ ​ແລະພະນັກງານຄຸ້ມ​ຄອງ​ໂຄງ​ລ່າງດ້ານ​ການ​ຄ້າ​ຊາຍ​ແດນ, ປະກອບສ່ວນ​ຍົກ​ສູງ​ກໍາລັງຄວາມ​ສາມາດ​ເຊື່ອມ​ຕໍ່ ​ແລະ ພັດທະນາ​ຕະຫຼາດ​ແບບ​ຍືນ​ຍົງ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ