ກອງປະຊຸມປະຈຳປີ ຄັ້ງທີ 6 ລະຫວ່າງກອງບັນຊາການທະຫານຊາຍແດນນະຄອນດ່າໜັງ ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ
ກປ.ອອນໄລ - ຕອນບ່າຍວັນທີ 16 ກັນຍາ, ຢູ່ນະຄອນດ່າໜັງ, ກອງບັນຊາການທະຫານຊາຍແດນ (ຂຶ້ນກັບກອງບັນຊາການທະຫານນະຄອນດ່າໜັງ) ໄດ້ຈັດກອງປະຊຸມປະຈຳປີ ຄັ້ງທີ 6 (ປີ 2025) ກັບກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງເຊກອງ. ທ່ານພັນເອກພິເສດ ເຈີ່ນຕ໊ຽນຮ່ຽນ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນນະຄອນດ່າໜັງ ແລະ ທ່ານພົນຈັດຕະວາ ຄໍາບານ ພົມມະນີວົງ, ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ເປັນປະທານຮ່ວມກອງປະຊຸມດັ່ງກ່າວ.
    |
 |
ທ່ານພັນເອກພິເສດ ເຈີ່ນຕ໊ຽນຮ່ຽນ ແລະ ທ່ານພົນຈັດຕະວາ ຄໍາບານ ພົມມະນີວົງ ລົງນາມບົດບັນທຶກກອງປະຊຸມ ຄັ້ງທີ 6. ພາບ: qdnd.vn |
ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນ, ຕີລາຄາສະພາບການ, ໝາກຜົນຂອງວຽກງານປະສານສົມທົບໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງສອງຝ່າຍ ໃນໄລຍະຜ່ານມາ; ພ້ອມທັງເຫັນດີເປັນເອກະສັນກັນບາງເນື້ອໃນ ແລະລົງນາມບົດບັນທຶກກອງປະຊຸມພົບປະສອງຝ່າຍ ຄັ້ງທີ 6, ເປັນພື້ນຖານດ້ານນິຕິກໍາເພື່ອຜັນຂະຫຍາຍປະຕິບັດວຽກງານສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມສະຫງົບປອດໄພຢູ່ເຂດຊາຍແດນຂອງແຕ່ລະຝ່າຍ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນລະຫວ່າງນະຄອນດ່າໜັງ-ເຊກອງ ໃຫ້ສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ.
    |
 |
ກອງບັນຊາການທະຫານຊາຍແດນນະຄອນດ່າໜັງ ມອບຂອງຂວັນ ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ. ພາບ: qdnd.vn |
    |
 |
ທ່ານພົນຈັດຕະວາ ຄໍາບານ ພົມມະນີວົງ ມອບຂອງຂວັນໃຫ້ທ່ານພັນເອກພິເສດ ເຈີ່ນຕ໊ຽນຮ່ຽນ. ພາບ: qdnd.vn |
ກອງບັນຊາການທະຫານຊາຍແດນນະຄອນດ່າໜັງ ແລະ ກອງບັນຊາການ ປກສ ແຂວງເຊກອງ ໄດ້ເຫັນດີເປັນເອກະພາບ ແລະລົງນາມຫຼາຍເນື້ອໃນສຳຄັນ ຄື: ສືບຕໍ່ຊາບຊຶມ, ຜັນຂະຫຍາຍປະຕິບັດບັນດາເນື້ອໃນທີ່ໄດ້ຕົກລົງໃນບົດບັນທຶກຊ່ວຍຈໍາ ທີ່ໄດ້ລົງນາມໃນວັນທີ 2 ສິງຫາ 2017 ຢູ່ນະຄອນຕາມກີ່, ແຂວງກວາງນາມ (ເກົ່າ), (ປະຈຸບັນແມ່ນຕາແສງຕາມກີ່, ນະຄອນດ່າໜັງ) ແລະບົດບັນທຶກກອງປະຊຸມປະຈໍາປີ ສະບັບຕ່າງໆ ທີ່ໄດ້ລົງນາມ ຢ່າງມີປະສິດທິຜົນ; ສືບຕໍ່ເພີ່ມທະວີການສົມທົມກັນແລກປ່ຽນຂໍ້ມູນຂ່າວສານ, ສະພາບການກ່ຽວກັບການເຄື່ອນໄຫວຂອງອາດຊະຍາກໍາ ຢູ່ເຂດຊາຍແດນ; ສົມທົບກັນປະຕິບັດການເຄື່ອນໄຫວວິຊາສະເພາະ, ສືບສວນບັນດາບໍລິເວນຈຸດສຸມທີ່ມີການສັບສົນກ່ຽວກັບຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ເພີ່ມທະວີການສົມທົບກັນສືບສວນ, ກວດກາ ແລະຢັ້ງຢືນຂໍ້ມູນຂ່າວສານກ່ຽວກັບອາດຊະຍາກໍາ, ສ້າງຄະດີຮ່ວມເພື່ອຕໍ່ສູ້ ແລະມ້າງຄະດີເຄືອຂ່າຍອາດຊະຍາກຳຂ້າມຊາດ; ຍູ້ແຮງການໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນສອງຟາກຊາຍແດນປະຕິບັດຕາມກົດໝາຍ, ຕັ້ງໜ້າເຂົ້າຮ່ວມໃນການຕ້ານ, ສະກັດກັ້ນ ແລະກ່າວຟ້ອງອາດຊະຍາກຳ ແລະການກະທໍາລະເມີດກົດໝາຍ...
ສອງຝ່າຍຍັງເຫັນດີເປັນເອກະພາບກັນວ່າ ກອງປະຊຸມປະຈໍາປີ ຄັ້ງທີ 7 ຈະໄດ້ຈັດຕັ້ງໃນປີ 2026 ທີ່ກອງບັນຊາການ ປກສ ແຂວງເຊກອງ.
ໂດຍ: ທູຈາງ