ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນຫວຽດນາມ ເຮັດວຽກກັບສໍານັກພິມຈໍາໜ່າຍ Verde Olivo ຂອງກູບາ
ກປ.ອອນໄລ - ໃນຂອບເຂດການໄປປະຕິບັດງານຢູ່ ກູບາ, ວັນທີ 16 ກັນຍາ (ຕາມເວລາຮ່າໂນ້ຍ), ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນຫວຽດນາມ ນໍາໂດຍ ທ່ານພົນຈັດຕະວາ ດວ່ານຊວນໂບ້ ຫົວໜ້າບັນນາທິການ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ສໍານັກງານສໍານັກພິມຈໍາໜ່າຍ Verde Olivo ຂຶ້ນກັບກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ ຢູ່ນະຄອນຫຼວງ La Habana.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
ທີ່ການເຮັດວຽກ, ທ່ານພັນໂທ Roque Eruesto Garrigo Andrew, ຜູ້ອຳນວຍການສຳນັກພິມຈຳໜ່າຍ Verde Olivo ໄດ້ແນະນຳໃຫ້ຄະນະ ຮັບຊາບ ໂດຍສັງເຂບ ກ່ຽວກັບພາລະບົດບາດ, ໜ້າທີ່, ແລະໂຄງປະກອບການຈັດຕັ້ງຂອງສຳນັກພິມຈຳໜ່າຍ.
    |
 |
ທ່ານພົນຈັດຕະວາ ດວ່ານຊວນໂບ້ ມອບຂອງຂວັນໃຫ້ສຳນັກພິມຈໍາໜ່າຍ Verde Olivo. ພາບ: qdnd.vn |
    |
 |
ຄະນະປະຕິບັດງານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ແລະສຳນັກພິມຈໍາໜ່າຍ Verde Olivo. ພາບ: qdnd.vn |
ຕາງໜ້າຄະນະ, ທ່ານພົນຈັດຕະວາ ດວ່ານຊວນໂບ້ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບການແຈ້ງໃຫ້ຊາບກ່ຽວກັບຜົນງານພັດທະນາຂອງສໍານັກພິມຈໍາໜ່າຍ Verde Olivo ໃນໄລຍະທີ່ຜ່ານມາ; ພ້ອມທັງຕີລາຄາວ່າ ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະສໍານັກພິມຈໍາໜ່າຍ Verde Olivo ມີຫຼາຍຈຸດຄ້າຍຄືກັນ, ໃນນັ້ນ ສອງອົງການ ໄດ້ຮັບການສ້າງຕັ້ງແຕ່ດົນນານມາແລ້ວ ພ້ອມກັບຂະບວນການປະຕິວັດຂອງແຕ່ລະປະເທດ ແລະຜ່ານຜ່າບັນດາໄລຍະພັດທະນາພ້ອມກັບປະຫວັດສາດຂອງຊາດ. ການຢ້ຽມຢາມ ແລະເຮັດວຽກຂອງຄະນະ ທີ່ສຳນັກງານຂອງສຳນັກພິມຈໍາໜ່າຍ Verde Olivo ແມ່ນການສະແດງໃຫ້ເຫັນຢ່າງມີຊີວິດຊີວາໃຫ້ແກ່ການຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດສື່ມວນຊົນລະຫວ່າງ ຫວຽດນາມ ແລະກູບາ.
    |
 |
ຄະນະປະຕິບັດງານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ຊອກຮູ້ກ່ຽວກັບສື່ສິ່ງພິມຂອງສໍານັກພິມຈໍາໜ່າຍ Verde Olivo, ໃນນັ້ນມີຫຼາຍສື່ສິ່ງພິມກ່ຽວກັບຫວຽດນາມ. ພາບ: qdnd.vn |
ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະເປີດອົກເປີດໃຈ, ສອງຝ່າຍ ໄດ້ແລກປ່ຽນ ແລະແບ່ງປັນປະສົບການໃນວຽກງານໂຄສະນາເຜີຍແຜ່ເພື່ອປົກປັກຮັກສາພື້ນຖານແນວຄິດຂອງພັກ, ຕໍ່ສູ້ຕອບໂຕ້ກັບທັດສະນະທີ່ຜິດພາດ, ເປັນປໍລະປັກໃນສະພາບການໃໝ່, ໂດຍສະເພາະແມ່ນໃນສື່ສັງຄົມອອນລາຍ; ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງສື່ສັງຄົມອອນລາຍຢ່າງສຸດຂີດ; ພັດທະນາຖັນແຖວເພື່ອນຮ່ວມງານທີ່ມີຄຸນນະພາບສູງ; ວຽກງານຈໍາໜ່າຍໜັງສືພິມ; ວຽກງານເບິ່ງແຍງດູແລຊີວິດການເປັນຢູ່ຂອງພະນັກງານ, ນັກຂ່າວ...
ໂດຍ: ໄຊຊະນະ