leftcenterrightdel
ທ່ານ ນົງດຶກລາຍ ທີ່ປຶກສາທູດຝ່າຍການຄ້າຫວຽດນາມ ປະຈຳ ຈີນ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ກອງປະຊຸມແລກປ່ຽນການຄ້າວິສາຫະກິດຄ້າຂາຍຜະລິດຕະພັນກະເສດ ຫວຽດນາມ-ຈີນ ໄດ້ດຳເນີນໃນຕອນບ່າຍວັນທີ 5 ສິງຫາ, ຢູ່ບັກກິງ, ເພື່ອແນໃສ່ນຳສິນຄ້າຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ, ສິນໃນນ້ຳເຂົ້າບັນດາທ້ອງຖິ່ນທາງພາກເໜືອ ແລະພາກກາງຈີນ ຢ່າງເລິກເຊິ່ງກວ່າ. ເຂົ້າຮ່ວມເຫດການດັ່ງກ່າວມີຜູ້ຕາງໜ້າຂອງວິສາຫະກິດຫຼາຍກວ່າ 40 ແຫ່ງ ຂຶ້ນກັບຂະແໜງຈຳໜ່າຍ, ຂາຍຍ່ອຍ, ບໍລິສັດນຳເຂົ້າຜະລິດຕະພັນກະເສດ, ອາຫານ, ແພຼດຟອມການຄ້າເອກເລັກໂຕນິກຂອງຫວຽດນາມ ແລະຈີນ.

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ນົງດຶກລາຍ ທີ່ປຶກສາທູດຝ່າຍການຄ້າຫວຽດນາມ ປະຈຳ ຈີນ ໃຫ້ຮູ້ວ່າ: “ການເຄື່ອນໄຫວເພື່ອແນໃສ່ຂຸດຄົ້ນ, ເປີດກວ້າງຕະຫຼາດຢູ່ເຂດພາກເໜືອ ທີ່ເຕັມໄປດ້ວຍກຳລັງບົ່ມຊ້ອນ ແລະຄວາມຕ້ອງການບໍລິໂພກສູງຂອງ ຈີນ. ນອກຈາກນັ້ນແມ່ນເພື່ອໃຫ້ລະບົບຂາຍຍ່ອຍ, ບັນດາບໍລິສັດນຳເຂົ້າ ແລະຜູ້ບໍລິໂພກຂອງຈີນ ຮັບຮູ້ສິນຄ້າ ແລະເຄື່ອງໝາຍການຄ້າຫວຽດນາມ”.

ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ ແລະແມ່ນຕະຫຼາດສົ່ງອອກແຖວໜ້າຂອງຫວຽດນາມ, ພິເສດແມ່ນສຳລັບໝວດຜະລິດຕະພັນກະເສດ ແລະສິນໃນນ້ຳ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ