ຫວຽດນາມ ແລະອາເມລິກາ ຍູ້ແຮງການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ/ດີໂອຊິນ ທີ່ຕົກຄ້າງຫຼັງສົງຄາມ
ກປ.ອອນໄລ - ວັນທີ 15 ກັນຍາ, ຢູ່ແຂວງດົ່ງນາຍ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າອົງການປະຈໍາຄະນະຊີ້ນໍາແຫ່ງຊາດ 701, ເປັນປະທານພິທີມອບ-ຮັບດິນ ໄດ້ຮັບການບໍາບັດດີໂອຊິນແລ້ວ, ເລີ່ມລົງມືກໍ່ສ້າງລະບົບເຕັກໂນໂລຢີບຳບັດຄວາມຮ້ອນດີໂອຊິນ ຂຶ້ນກັບໂຄງການບໍາບັດດີໂອຊິນຢູ່ເຂດສະໜາມບິນບຽນຮວ່າ ແລະລົງນາມຂໍ້ຕົກລົງເພີ່ມເຕີມທຶນຊ່ວຍເຫຼືອລ້າ ODA ໂຄງການໜູນຊ່ວຍປັບປຸງຄຸນນະພາບຊີວິດຂອງຄົນພິການຢູ່ບັນດາແຂວງບຸລິມະສິດຂອງຫວຽດນາມ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: ມີງຫງວຽນ |
ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ໂຄງການບໍາບັດມົນລະພິດດີໂອຊິນ ຢູ່ສະໜາມບິນບຽນຮວ່າ ແມ່ນໜຶ່ງໃນບັນດາໂຄງການສໍາຄັນພິເສດ, ສະແດງໃຫ້ເຫັນການພົວພັນຮ່ວມມືຢ່າງມີປະສິດທິຜົນລະຫວ່າງຫວຽດນາມ ແລະອາເມລິກາ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ/ດີໂອຊິນທີ່ຕົກຄ້າງຫຼັງສົງຄາມ, ປະກອບສ່ວນຫັນຄຳໝັ້ນສັນຍາຂອງການນຳຂັ້ນສູງສອງປະເທດໃນຖະແຫຼງການຮ່ວມໃນປີ 2023 ກ່ຽວກັບການຍົກລະດັບການພົວພັນຫວຽດນາມ-ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະການພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ...
ທ່ານພົນໂທ ຮວ່າງຊວນຈ໊ຽນ ປາດຖະໜາວ່າ, ສະຖານທູດອາເມລິກາ ປະຈຳ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່, ສະເໜີລັດຖະບານ, ສະພາແຫ່ງຊາດອາເມລິກາ ຮັບປະກັນແຫຼ່ງທຶນຊ່ວຍເຫຼືອລ້າ ODA; ບັນດາປະເທດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມມືພ້ອມກັນແບ່ງປັນ, ຮ່ວມມື, ໜູນຊ່ວຍແຫຼ່ງກໍາລັງເພື່ອໃຫ້ກະຊວງປ້ອງກັນປະເທດຫວຽດນາມ ປະຕິບັດສຳເລັດການບຳບັດເຂດດິນມົນລະພິດດີໂອຊິນ ຢູ່ຫວຽດນາມ.
    |
 |
ທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: ມີງຫງວຽນ |
ສ່ວນທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ ຖືວ່າ ບັນດາຜົນງານບັນລຸໄດ້ໃນການຮ່ວມມືບຳບັດທາດພິດດີໂອຊິນ ບໍ່ພຽງແຕ່ຊ່ວຍປັບປຸງສິ່ງແວດລ້ອມ ແລະຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງຄວາມເຊື່ອໝັ້ນຍຸດທະສາດລະຫວ່າງສອງປະເທດ. ນີ້ແມ່ນພະຍານຫຼັກຖານໃຫ້ແກ່ຄໍາໝັ້ນສັນຍາຢ່າງແຂງແຮງ, ຍາວນານຂອງອາເມລິກາ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ; ແມ່ນບາດກ້າວສໍາຄັນເພື່ອນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເປັນຕົ້ນແມ່ນເມື່ອສອງຝ່າຍພວມສະເຫຼີມສະຫຼອງ 30 ປີແຫ່ງການຫັນການພົວພັນທາງການທູດເປັນປົກກະຕິ.
    |
 |
ຜູ້ຕາງໜ້າສະຖານທູດອາເມລິກາ ປະຈໍາຫວຽດນາມ ມອບໃບຢັ້ງຢືນດິນປະມານ 6 ເຮັກຕາ ໄດ້ຮັບການບໍາບັດຢ່າງລຽບລ້ອຍແລ້ວຢູ່ສະໜາມບິນບຽນຮວ່າ. ພາບ: ມີງຫງວຽນ |
ທີ່ພິທີ, ຜູ້ຕາງໜ້າສະຖານທູດອາເມລິກາ ປະຈໍາ ຫວຽດນາມ ໄດ້ມອບໃບຢັ້ງຢືນດິນປະມານ 6 ເຮັກຕາ ໄດ້ຮັບການບໍາບັດຢ່າງລຽບລ້ອຍແລ້ວຢູ່ສະໜາມບິນບຽນຮວ່າ. ພາຍຫຼັງກວ່າ 6 ປີທີ່ຜັນຂະຫຍາຍ, ໂຄງການຮ່ວມມືຫວຽດນາມ-ອາເມລິກາ ບຳບັດທາດພິດດີໂອຊິນຢູ່ສະໜາມບິນບຽນຮວ່າ ໄດ້ຮັບການບໍາບັດໄດ້ເຄິ່ງໜຶ່ງເນື້ອທີ່ດິນມົນລະພິດດີໂອຊິນ ທັງຢູ່ພາຍໃນ ແລະນອກສະໜາມບິນ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ໂດຍ: ເຈິ່ນຮວ່ຽນ