ຝ່າຍຄະນະຜູ້ແທນວິທະຍາຄານການແພດ, ກະຊວງປ້ອງກັນປະເທດລາວ ລວມມີ: ພັນເອກ ພູວິໄລ ພູນສະຫວັດ  ຮອງຫົວໜ້າກົມເສນາຮັກ, ກອງທັບປະຊາຊົນລາວ ເປັນຫົວໜ້າຄະນະ; ພົນຈັດຕະວາ, ຮສຈ, ປອ ຈັນສະໝອນ ມະຫາວົງ, ຫົວໜ້າການທະຫານວິທະຍາຄານການແພດກອງທັບ; ພັນເອກ, ຮສຈ, ປອ ກິ່ງແກ້ວ ແສງຄໍາຢອງ, ຮອງຫົວໜ້າວິທະຍາຄານການແພດກອງທັບ; ພັນເອກ ຈັນພອນ ພົນຫາວົງ, ຮອງຫົວໜ້າວິທະຍາຄານການແພດກອງທັບ.

leftcenterrightdel
ທ່ານພົນຈັດຕະວາ, ຮສຈ, ປອ. ເລື່ອງກົງທຶກ, ຫົວໜ້າວິທະຍາຄານການແພດກອງທັບ 103, ວິທະຍາຄານການແພດ, ກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຈັດຕະວາ, ຮສຈ, ປອ ຈັນສະໝອນ ມະຫາວົງ, ຫົວໜ້າການທະຫານວິທະຍາຄານການແພດກອງທັບ, ກະຊວງປ້ອງກັນປະເທດລາວ. ພາບ: qdnd.vn

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກ ທີ່ໂຮງໝໍກອງທັບ 103, ຄະນະຜູ້ແທນວິທະຍາຄານການແພດ, ກະຊວງປ້ອງກັນປະເທດລາວ  ໄດ້ຮັບຟັງການແນະນໍາກ່ຽວກັບໝາກຜົນດີເດັ່ນໃນວຽກງານສຶກສາ-ບໍາລຸງກໍ່ສ້າງ, ປິ່ນປົວ ແລະຄົ້ນຄວ້າວິທະຍາສາດຂອງໂຮງໝໍ. ຄະນະຜູ້ແທນຍັງໄປຢ້ຽມຢາມບ່ອນເຮັດວຽກຂອງບັນດາແພດໝໍໃນໂຮງໝໍ.

leftcenterrightdel
ທ່ານພົນຈັດຕະວາ, ຮສຈ, ປອ ເລື່ອງກົງທຶກ, ຫົວໜ້າວິທະຍາຄານການແພດກອງທັບ 103 ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນ ໂດຍສະເພາະແມ່ນໃນຂົງເຂດບົ່ງມະຕິພະຍາດ, ປິ່ນປົວ, ຄົ້ນຄວ້າ ແລະບໍາລຸງສ້າງ. ພາບ: qdnd.vn

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນຈັດຕະວາ ເລື່ອງກົງທຶກ,  ຫົວໜ້າວິທະຍາຄານການແພດກອງທັບ 103 ຕີລາຄາສູງການຮ່ວມມືລະຫວ່າງ ໂຮງໝໍກອງທັບ 103 ກັບວິທະຍາຄານການແພດ, ກະຊວງປ້ອງກັນປະເທດລາວ ໃນໄລຍະຜ່ານມາ, ບັນດາໝາກຜົນທີ່ບັນລຸໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງພັກ, ສອງລັດ ແລະສອງກອງທັບ.

ທ່ານພົນຈັດຕະວາ ເລື່ອງກົງທຶກ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ສົມທົບກັນ, ໜູນຊ່ວຍ ເຊິ່ງກັນ ແລະກັນ, ເປັນຕົ້ນແມ່ນໃນຂົງເຂດບົ່ງມະຕິພະຍາດ, ປິ່ນປົວ, ຄົ້ນຄວ້າ ແລະ ບໍາລຸງສ້າງ...; ສືບຕໍ່ສົມທົບກັນຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງຂະແໜງການແພດທະຫານສອງປະເທດ, ປະກອບສ່ວນສໍາຄັນເຂົ້າໃນວຽກງານປິ່ນປົວ ແລະສົ່ງເສີມສຸຂະພາບໃຫ້ພະນັກງານ, ນັກຮົບ ກໍ່ຄື ປະຊາຊົນລາວ.

ໂດຍ: ທູຈາງ