leftcenterrightdel
ຜູ້ຕາງໜ້າການນຳບັນດາກຸ່ມບໍລິສັດໄດ້ລົງນາມການຮ່ວມມື ແລະການລົງທຶນເຂົ້າຫວຽດນາມ. ພາບ: ຮວ່າຍເງິນ

ທີ່ລາຍການ, ບັນດາຝ່າຍໄດ້ລົງນາມໃນເອກະສານການຮ່ວມມື, ການລົງທຶນ ແລະຄຳໝັ້ນສັນຍາຈະໄດ້ຮັບການຜັນຂະຫຍາຍພາຍຫຼັງສຳເລັດລະບຽບການດ້ານນິຕິກຳ. ພົ້ນເດັ່ນແມ່ນ, ຄື: ໂຄງການທໍ່ສົ່ງນໍ້າມັນເຊື່ອມຕໍ່ຈາກທ່າກຳປັ່ນຫວຸງອ໋າງ (ຫວຽດນາມ) ຫາ ວຽງຈັນ (ລາວ); ໂຄງການກໍ່ສ້າງໂຮງງານກັ່ນນໍ້າມັນ ແລະລະບົບເກັບຮັກສານໍ້າມັນຂອບຂະໜາດໃຫຍ່ທີ່ສຸດພາກພື້ນອາຊີຕາເວັນອອກສ່ຽງໃຕ້...

ບັນດາໂຄງການນີ້ບໍ່ພຽງແຕ່ມີຄວາມໝາຍຍຸດທະສາດດ້ານພະລັງງານເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມຕັດສິນໃຈໃນການເຊື່ອມໂຍງ ແລະພັດທະນາອຸດສາຫະກຳແບບຍືນຍົງຂອງຫວຽດນາມ ຢູ່ພາກພື້ນ. ຕາມການນຳກຸ່ມບໍລິສັດ KOGI ແລ້ວ, ບັນດາໂຄງການ, ໂຄງການຮ່ວມມືກັບບັນດາກຸ່ມບໍລິສັດສາກົນແມ່ນໝາກຜົນໂດຍກົງຂອງການຢ້ຽມຢາມຕາເວັນອອກກາງຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໃນເດືອນ ຕຸລາ 2024. ຜ່ານນັ້ນເປີດກາລະໂອກາດຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນນີ້. ຜ່ານການເຄື່ອນໄຫວລົງນາມ, ບັນດາວິສາຫະກິດສາກົນໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນ, ຢືນຢັນຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ, ສ້າງກຳລັງໜູນ, ກາລະໂອກາດຊຸກຍູ້ການເຕີບໂຕເສດຖະກິດຂອງຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ