ເພີ່ມທະວີການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງລະຫວ່າງ ຫວຽດນາມ ແລະຍີ່ປຸ່ນ
ກປ.ອອນໄລ - ວັນທີ 28 ພຶດສະພາ, ໃນຂອບເຂດການໄປປະຕິບັດງານ ເພື່ອເຂົ້າຮ່ວມກອງປະຊຸມອະນາຄົດອາຊີ ຄັ້ງທີ 30 ຢູ່ ຍີ່ປຸ່ນ, ທ່ານ ຫງວຽນຈີ໊ຢູງ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມແຂວງ Hokkaido ແລະພົບປະກັບທ່ານ Suzuki Naomichi ຜູ້ວ່າການແຂວງ Hokkaido.
ທີ່ການພົບປະ, ທ່ານ ຫງວຽນຈີ໊ຢູງ ຮອງນາຍົກລັດຖະມົນຕີ ສະເໜີໃຫ້ທ່ານຜູ້ວ່າການແຂວງ Hokkaido ສືບຕໍ່ເອົາໃຈໃສ່ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ ໃນຂົງເຂດລົງທຶນ, ການຄ້າ, ການທ່ອງທ່ຽວ, ກະສິກຳເຕັກໂນໂລຊີສູງ...; ປາດຖະໜາຢາກວ່າ ທ່ານຜູ້ວ່າການແຂວງ ກໍານົດທິດເພື່ອວິສາຫະກິດ Hokkaido ມາລົງທຶນໄປຍັງ ຫວຽດນາມ ໃນບັນດາຂົງເຂດທີ່ແຂວງມີທ່າແຮງ, ຄື: ເຕັກໂນໂລຊີສູງ, ກະສິກຳ, ປຸງແຕ່ງສິນໃນນໍ້າ...
    |
 |
ທ່ານ ຫງວຽນຈີ໊ຢູງ ຮອງນາຍົກລັດຖະມົນຕີ ພົບປະກັບທ່ານ Suzuki Naomichi ຜູ້ວ່າການແຂວງ Hokkaido. ພາບ: chinhphu.vn |
ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກ ແລະສະເໜີຫວຽດນາມ ແລະຍີ່ປຸ່ນ, ເປັນຕົ້ນແມ່ນແຂວງ Hokkaido ເພີ່ມທະວີການຮ່ວມມືດ້ານການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຊັບພະຍາກອນມະນຸດຂະແໜງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI) ຍ້ອນວ່າ ຫວຽດນາມ ມີແຫຼ່ງຊັບພະຍາກອນມະນຸດດີ ແລະອຸດົມສົມບູນ; ຕ້ອງຖືນີ້ແມ່ນເນື້ອໃນຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຈະມາເຖິງຍ້ອນແຫຼ່ງຊັບພະຍາກອນມະນຸດແມ່ນປັດໄຈຍຸດທະສາດ, ມີຄວາມໝາຍຕົ້ນຕໍໃນການພັດທະນາຂອງຂະແໜງເຕັກໂນໂລຢີສູງ, ເຄິ່ງຊັກນຳໄຟຟ້າ ແລະ AI.
ສ່ວນທ່ານ Suzuki Naomichi ຜູ້ວ່າການແຂວງ Hokkaido ໄດ້ເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຂອງທ່ານຮອງນາຍົກລັດຖະມົນຕີ ກ່ຽວກັບບັນດາຂົງເຂດຮ່ວມມືໃນໄລຍະຈະມາເຖິງ, ເປັນເຕົ້ນແມ່ນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນບັນດາອຸດສາຫະກຳເຕັກໂນໂລຢີສູງ; ຄາດວ່າ, ຈະມາຢ້ຽມຢາມຫວຽດນາມ ໃນທ້າຍປີ 2025 ພ້ອມກັບວິສາຫະກິດຂອງແຂວງ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ Hokkaido ແລະຫວຽດນາມ.
ໂດຍ: ຈາງຫງວຽນ