ນະຄອນໂຮ່ຈີມິນ ພ້ອມທີ່ຈະຊຸກຍູ້ການຮ່ວມມືກັບທ້ອງຖິ່ນຂອງອີຕາລີ
ກປ.ອອນໄລ - ນະຄອນໂຮ່ຈີມິນ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືກັບນະຄອນຂອງອີຕາລີ ຄື Torino, Genoa ແລະ Milan ໃນບັນດາຂົງເຂດທ່ອງທ່ຽວ, ອະນຸລັກຮັກສາມໍລະດົກ, ການພັດທະນາທ່າກຳປັ່ນ, ການຜະລິດພະລັງງານທົດແທນ, ພັດທະນາພື້ນຖານໂຄງລ່າງ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ນັ້ນແມ່ນການຢືນຢັນຂອງທ່ານ ຫວໍວັນຮວານ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ທີ່ພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ອີຕາລີ (2-6-1946 / 2-6-2025) ໂດຍສະຖານກົງສູນໃຫຍ່ ອີຕາລີ ປະຈຳ ນະຄອນໂຮ່ຈີມິນ ຈັດຕັ້ງໃນຕອນຄ່ຳວັນທີ 2 ມິຖຸນາ.
ແບ່ງປັນໝາກຜົນການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງອີຕາລີ, ທ່ານ ຫວໍວັນຮວານ ຖືວ່າ ບົນພື້ນຖານການພົວພັນສອງຝ່າຍອັນດີງາມລະຫວ່າງຫວຽດນາມ ແລະອີຕາລີ, ນະຄອນໂຮ່ຈີມິນ ຍາມໃດກໍ່ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືກັບອີຕາລີ. ອີຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າ ແລະການລົງທຶນສຳຄັນຂອງນະຄອນໂຮ່ຈີມິນ, ດ້ວຍຍອດວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸເກືອບ 790 ລ້ານໂດລາສະຫະລັດ, ເພີ່ມຂຶ້ນກວ່າ 30% ເມື່ອທຽບໃສ່ປີກາຍ.
    |
 |
ທ່ານ ຫວໍວັນຮວານ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ອີຕາລີ. ພາບ: ສໍານັກຂ່າວສານຫວຽດນາມ. |
ການນຳນະຄອນໂຮ່ຈີມິນ ເຊື່ອໝັ້ນວ່າ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໝັ້ນຄົງເຂັ້ມແຂງ, ການເຊື່ອມຕໍ່ດ້ານເສດຖະກິດຢ່າງມີປະສິດທິຜົນ, ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະອີຕາລີ ໄດ້ກໍ່ສ້າງ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ແລະອີຕາລີ ເວົ້າລວມ, ການພົວພັນຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງ ອີຕາລີ ເວົ້າສະເພາະ ຈະນັບມື້ນັບພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.
ກ່າວຄຳເຫັນທີ່ພິທີ, ທ່ານ Enrico Padul, ຫົວໜ້າກົງສູນໃຫຍ່ ອີຕາລີ ປະຈຳ ນະຄອນໂຮ່ຈີມິນ ໄດ້ແບ່ງປັນປະຫວັດແຫ່ງການພັດທະນາຂອງ ສ.ອີຕາລີ ພາຍຫຼັງ 79 ປີແຫ່ງການສ້າງຕັ້ງ; ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ແລະບັນດາແຂວງໃກ້ຄຽງແມ່ນເຂດສຸມໃສ່ບໍລິສັດອີຕາລີຫຼາຍແຫ່ງທີ່ສຸດຢູ່ຫວຽດນາມ. ການມີໜ້າຂອບໍລິສັດອີຕາລີ 100 ກວ່າແຫ່ງຢູ່ເຂດກົງສູນແມ່ນພິສູດໃຫ້ເຫັນການຮ່ວມມືພ້ອມກັນພັດທະນາເພື່ອຜົນປະໂຫຍດລວມລະຫວ່າງ ອີຕາລີ ແລະຫວຽດນາມ.
ທ່ານ Enrico Padul ຖືວ່າ ຕັດສິນໃຈຊຸກຍູ້ການພົວພັນໃນຂົງເຂດວິທະຍາສາດຈະປະກອບສ່ວນປັບປຸງການພົວພັນດ້ານເສດຖະກິດ, ການຄ້າ, ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນອີຕາລີ ແລະຫວຽດນາມ. ການມີໜ້າຂອງສະມາຄົມແມ່ຍິງອີຕາລີ ຢູ່ນະຄອນໂຮ່ຈີມິນ ກໍ່ຄືການພັດທະນາຢ່າງແຮງໃນສື່ສັງຄົມອອນລາຍຂອງປະຊາຄົມຜູ້ທີ່ຮຽນພາສາອີຕາລີ, ຜູ້ຮັກອາຫານການກິນອີຕາລີ... ໄດ້ສະແດງໃຫ້ເຫັນການພັດທະນາອັນດີງາມໃນການພົວພັນລະຫວ່າງປະຊາຊົນອີຕາລີ ແລະປະຊາຊົນນະຄອນໂຮ່ຈີມິນ.
ໂດຍ: ຈາງຫງວຽນ