ຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້ ແມ່ນການໂອ້ລົມສົນທະນາເຊື່ອມຕໍ່ກະສິກຳ - ປ່າໄມ້ - ສິນໃນນໍ້າລະຫວ່າງຫວຽດນາມ-ເຢຍລະມັນ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນແທັງນາມ ສົມທົບກັບສະຖານທູດຫວຽດນາມ ປະຈຳເຢຍລະມັນ ແລະສະຫະພັນກະສິກໍາເຢຍລະມັນ (GAA) ເປັນປະທານຮ່ວມຈັດຕັ້ງ.

ທີ່ການໂອ້ລົມສົນທະນາ, ບັນດາສະຫະສະມາຄົມ, ວິສາຫະກິດຂອງຫວຽດນາມ ແລະເຢຍລະມັນ ໄດ້ຕັ້ງໜ້າປຶກສາຫາລື, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບຄວາມຕ້ອງການໃນການຊົມໃຊ້ ກໍຄືບັນດາຂໍ້ກໍານົດໃນການສົ່ງອອກ-ນໍາເຂົ້າ ແລະປະສົບການໃນການສົ່ງອອກຜັກ, ໝາກໄມ້, ຜະລິດຕະພັນກະເສດ, ສິນໃນນໍ້າ, ຜະລິດຕະພັນຊີ້ນເຂົ້າສູ່ລະບົບຮ້ານຊັບພະສິນຄ້າຂອງເຢຍລະມັນ, ພ້ອມທັງສະເໜີໃຫ້ບັນດາເຈົ້າໜ້າທີ່ສ້າງເງື່ອນໄຂສະດວກ ແລະສົມທົບກັນເພື່ອຊຸກຍູ້ການຮ່ວມມືດ້ານກະສິກຳ, ເຂົ້າເຖິງຕະຫຼາດໃຫ້ຜະລິດຕະພັນທີ່ສອງຝ່າຍໃຫ້ບຸລິມະສິດ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດ.

leftcenterrightdel
ຄະນະປະຕິບັດງານກະຊວງກະສິກໍາ ແລະສິ່ງແວດລ້ອມຫວຽດນາມ ເຮັດວຽກກັບກະຊວງກະສິກໍາ ແລະທັນຍາຫານເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ເຈິ່ນແທັງນາມ ຕີລາຄາສູງຄວາມສາມາດບົ່ມຊ້ອນໃນການຮ່ວມມືຫຼາຍຂົງເຂດລະຫວ່າງຫວຽດນາມ - ເຢຍລະມັນ ກ່ຽວກັບການຮັບປະກັນຄວາມປອດໄພດ້ານສະບຽງອາຫານໃນທົ່ວຕ່ອງໂສ້ການຜະລິດ, ຍົກສູງກຳລັງຄວາມສາມາດດ້ານການບໍາລຸງສ້າງ ຕິດພັນກັບການປະຕິບັດໃນຕົວຈິງ, ຄວາມກ້າວໜ້າໃນການຫັນເປັນກົນຈັກ ແລະຫັນເປັນດີຈີຕອນ.

ທ່ານຮອງລັດຖະມົນຕີ ເຈີ່ນແທັງນາມ ໄດ້ຍົກອອກ 3 ຂໍ້ສະເໜີ. ທີໜຶ່ງແມ່ນບັນດາສະຫະສະມາຄົມເຢຍລະມັນ ຈັດຕັ້ງໃຫ້ວິສາຫະກິດເຊື່ອມຕໍ່ກັບວິສາຫະກິດເປັນປະຈໍາປີ ແລະສະຫະສະມາຄົມຝ່າຍຫວຽດນາມ ເພື່ອຊຸກຍູ້ ແລະໂຄສະນາ, ພັດທະນາຕະຫຼາດຈໍາໜ່າຍໃຫ້ແກ່ຜະລິດຕະພັນຂອງເຢຍລະມັນ.

ທີສອງແມ່ນບັນດາສະຫະສະມາຄົມຂະແໜງສິນຄ້າຜະລິດຕະພັນກະເສດຂອງເຢຍລະມັນ ແລະຫວຽດນາມ ສ້າງຕັ້ງຊ່ອງທາງເຊື່ອມຕໍ່ຜ່ານສະຫະສະມາຄົມ ກັບສະຫະສະມາຄົມ, ສ້າງຂຶ້ນກຸ່ມວິສາຫະກິດເຊື່ອມໂຍງຕາມລະບົບການສະໜອງ ເພື່ອແນໃສ່ຮັບປະກັນການປະຕິບັດຕາມຂໍ້ກໍານົດຕາມລະບົບຕ່ອງໂສ້ມູນຄ່າຜະລິດຕະພັນ.

ທີສາມແມ່ນບັນດາວິສາຫະກິດຫວຽດນາມ ຄວນຮ່ວມດໍາເນີນທຸລະກິດ, ຮ່ວມສໍາພັນກັບບັນດາວິສາຫະກິດຂອງເຢຍລະມັນ ໃນການຜະລິດ ແລະປຸງແຕ່ງຕອບສະໜອງຂໍ້ກໍານົດ ແລະເໝາະສົມກັບຄວາມນິຍົມຂອງຕະຫຼາດ ເພື່ອສົ່ງອອກໄປຍັງຊ່ອງທາງຈຳໜ່າຍ, ຮ້ານສັບພະສິນຄ້າ ແລະປະຊາຄົມວິສາຫະກິດຫວຽດນາມ ຢູ່ ເຢຍລະມັນ.

leftcenterrightdel
ຄະນະປະຕິບັດງານກະຊວງກະສິກໍາ ແລະສິ່ງແວດລ້ອມຫວຽດນາມ ເຮັດວຽກກັບກະຊວງການຮ່ວມມື ແລະພັດທະນາເສດຖະກິດເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ ປອ Per Brodersen, ຜູ້ອຳນວຍການສະຫະພັນກະເສດເຢຍລະມັນ ແລ້ວ, ການພົວພັນດ້ານກະສິກຳລະຫວ່າງເຢຍລະມັນ - ຫວຽດນາມ ພວມກ້າວເຂົ້າສູ່ໄລຍະໃໝ່ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ທັງດ້ານຜົນຜະລິດ ແລະປະສິດທິຜົນ, ກໍ່ຄືການສົ່ງອອກ ແລະມູນຄ່າເພີ່ມ. ທ່ານ ປອ Per Brodersen ຖືວ່າ ຄະນະປະຕິບັດງານຂອງກະຊວງກະສິກໍາ ແລະສິ່ງແວດລ້ອມຫວຽດນາມ ໄດ້ມີການເຮັດວຽກກັບກະຊວງກະສິກຳ ແລະທັນຍາຫານເຢຍລະມັນ ໄດ້ເປີດກາລະໂອກາດການຮ່ວມມື ແລະພັດທະນາຫຼາຍຢ່າງລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດກະສິກຳ ແລະທັນຍາຫານ.

ໂດຍ: ທູຈາງ