ຫວຽດນາມ ສະເໜີອົງການ S&P ເອົາໃຈໃສ່ສ່ອງແສງສະພາບການຕະຫຼາດການເງິນຢ່າງໃກ້ຊິດ
ກປ.ອອນໄລ - ວັນທີ 14 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ມີການເຮັດວຽກກັບຄະນະຊ່ຽວຊານຂອງອົງການຈັດອັນດັບຄວາມໄວ້ວາງໃຈ S&P ນໍາໂດຍທ່ານ Kim Eng Tan ຜູ້ອຳນວຍການຂັ້ນສູງ.
ທີ່ການເຮັດວຽກ, ທ່ານ ໂຮ່ດຶກເຟິກ ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມມານະພະຍາຍາມຂອງຫວຽດນາມ ໃນການຊຸກຍູ້ການພັດທະນາເສດຖະກິດ, ປະຕິບັດນະໂຍບາຍປີການເງິນເປີດກວ້າງ; ການຫຼຸດຜ່ອນພາສີໃຫ້ແກ່ວິສາຫະກິດ; ປະຕິຮູບກົງຈັກການຈັດຕັ້ງ ເພື່ອພັດທະນາເສດຖະກິດ-ສັງຄົມ. ພ້ອມກັນນັ້ນ, ຫວຽດນາມ ກໍ່ພວມເພີ່ມທະວີການລົງທຶນພັດທະນາພື້ນຖານໂຄງລ່າງ; ສ້າງພື້ນຖານເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ເພື່ອພັດທະນາແບບຍືນຍົງບົນພື້ນຖານວິທະຍາສາດ, ເຕັກໂນໂລຢີ ແລະການຫັນເປັນດີຈີຕອນ...
    |
 |
ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Kim Eng Tan ຜູ້ອຳນວຍການຂັ້ນສູງ ອົງການຈັດອັນດັບຄວາມໄວ້ວາງໃຈ S&P. ພາບ: ສໍານັກຂ່າວສານຫວຽດນາມ |
ບົນພື້ນຖານນັ້ນ, ທ່ານ ໂຮ່ດຶກເຟິກ ສະເໜີອົງການ S&P ສືບຕໍ່ເອົາໃຈໃສ່, ສະໜັບສະໜູນ, ຍົກອອກຕີລາຄາຢ່າງພາວະວິໄສ, ຮອບດ້ານ, ຊັດເຈນ, ສ່ອງແສງສະພາບການຕະຫຼາດການເງິນຫວຽດນາມ ຢ່າງໃກ້ຊິດ ເພື່ອໃຫ້ຫວຽດນາມ ຍົກລະດັບຕະຫຼາດໂດຍໄວ, ຍົກສູງຄວາມສາມາດດຶງດູດແຫຼ່ງທຶນເພື່ອຮັບໃຊ້ການພັດທະນາເສດຖະກິດຂອງປະເທດ.
ເຫັນດີຕໍ່ຄໍາສະເໜີຂອງທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ, ທ່ານ Kim Eng Tan ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງເສດຖະກິດຫວຽດນາມ ໃນຊຸມປີຜ່ານມາ; ພ້ອມທັງໃຫ້ຮູ້ວ່າ ໝາກຜົນດັ່ງກ່າວແມ່ນພື້ນຖານສຳຄັນເພື່ອໃຫ້ S&P ຕັດສິນຈັດອັນດັບຄວາມໄວ້ວາງໃຈແຫ່ງຊາດຂອງຫວຽດນາມ.
ສ່ວນທ່ານ Kim Eng Tan ກໍ່ຖືວ່າ ດ້ວຍແງ່ຫວັງຕັ້ງໜ້າກ່ຽວກັບການເຕີບໂຕເສດຖະກິດຂອງຫວຽດນາມ ໃນໄລຍະຈະມາເຖິງ, ພ້ອມກັບຄວາມມານະພະຍາຍາມຂອງລັດຖະບານ, ຫວຽດນາມ ຈະມີຄວາມສາມາດຍົກສູງຄວາມໄວ້ວາງໃຈແຫ່ງຊາດ. ທີ່ການເຮັດວຽກ, ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບາງເນື້ອໃນທີ່ບັນດາຊ່ຽວຊານ S&P ເອົາໃຈໃສ່ເຖິງຂົງເຂດການເງິນ, ທະນາຄານ, ສິນເຊື່ອ, ພັດທະນາຕະຫຼາດທຶນ ກໍ່ຄືທິດທາງໃຫຍ່ກ່ຽວກັບການພັດທະນາເສດຖະກິດຂອງຫວຽດນາມ ໃນໄລຍະຈະມາເຖິງ.
ໂດຍ: ເຈິ່ນຮວ່ຽນ