ຊຸກຍູ້ການພົວພັນຮ່ວມມືລະຫວ່າງທ້ອງຖິ່ນຂອງຫວຽດນາມ ກັບເວເນຊູເອລາ
ກປ.ອອນໄລ - ໂດຍໄດ້ຮັບຄຳເຊີນຂອງທ່ານ Rafael Torrealba ເຈົ້າຄອງນະຄອນ Páez, ລັດ Portuguesa (ເວເນຊູເອລາ), ແຕ່ວັນທີ 13-15 ມິຖຸນາ, ຄະນະປະຕິບັດງານສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ນຳໂດຍທ່ານເອກອັກຄະລັດຖະທູດ ຫວູຈູງໝີ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ລັດ Portuguesa ແລະເຂົ້າຮ່ວມງານວາງສະແດງສາກົນ Páez 2025.
    |
 |
ທ່ານເອກອັກຄະລັດຖະທູດ ຫວູຈູງໝີ ຕ້ອນຮັບ, ແລກປ່ຽນກັບທ່ານ Rafael Torrealba ເຈົ້າຄອງນະຄອນ Páez ທີ່ຮ້ານວາງສະແດງຂອງຫວຽດນາມ ທີ່ງານຕະຫຼາດນັດສາກົນ Páez 2025. ພາບ: ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ |
ຕ້ອນຮັບ ແລະເຮັດວຽກກັບທ່ານເອກອັກຄະລັດຖະທູດ ຫວູຈູງໝີ, ທ່ານ Rafael Torrealba ຢືນຢັນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນຂອງເວເນຊູເອລາ, ໃນນັ້ນມີນະຄອນ Páez ແລະລັດ Portuguesa ກັບບັນດາທ້ອງຖິ່ນຂອງຫວຽດນາມ.
ໃນຂະນະນັ້ນ, ທ່ານ Vicente Boscan ຮອງຜູ້ວ່າການຮັບຜິດຊອບການພັດທະນາດ້ານເສດຖະກິດຂອງລັດ Portuguesa ເນັ້ນໜັກວ່າ ເວເນຊູເອລາ ຖື ຫວຽດນາມ ເປັນແບບຢ່າງສຳເລັດຜົນໃນຂົງເຂດກະສິກຳ, ປາດຖະໜາຢາກຮໍ່າຮຽນ, ຮ່ວມມືເພື່ອນໍາຂົງເຂດກະສິກຳກາຍເປັນເສົາຄ້ຳເສດຖະກິດສຳຄັນ.
    |
 |
ທ່ານເອກອັກຄະລັດຖະທູດ ຫວູຈູງໝີ ແລກປ່ຽນກັບບັນດາວິສາຫະກິດຂອງເວເນຊູເອລາ ທີ່ງານຕະຫຼາດນັດສາກົນ Páez 2025. ພາບ: ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ |
ກ່າວຄຳເຫັນທີ່ການພົບປະ, ເຮັດວຽກ ແລະຕອບຄຳຖາມຂອງສື່ມວນຊົນປະເທດປະຈໍາຖິ່ນ, ທ່ານເອກອັກຄະລັດຖະທູດ ຫວູຈູງໝີ ໄດ້ສະແດງຄວາມຊົມເຊີຍຜົນສຳເລັດຂອງງານຕະຫຼາດນັດສາກົນ Páez 2025. ເປັນຄັ້ງທີ 2 ທີ່ງານຕະຫຼາດນັດໄດ້ຮັບການຈັດຂຶ້ນດ້ວຍການເຂົ້າຮ່ວມຂອງວິສາຫະກິດພາຍໃນ ແລະຕ່າງປະເທດເກືອບ 200 ແຫ່ງ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງວິສາຫະກິດຕໍ່ກັບງານຕະຫຼາດນັດ; ແນະນໍາໂດຍສັງເຂບກ່ຽວກັບສະພາບການຢູ່ຫວຽດນາມ, ວິວັດການພັດທະນາເສດຖະກິດ-ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນ, ຜົນງານໃນໄລຍະປ່ຽນແປງໃໝ່ ກໍ່ຄືການພົວພັນດ້ານເສດຖະກິດສາກົນຂອງຫວຽດນາມ; ການພົວພັນດ້ານເສດຖະກິດ-ການຄ້າ ແລະຄວາມສາມາດບ່ົມຊ້ອນດ້ານການຮ່ວມມືລະຫວ່າງຫວຽດນາມ ກັບເວເນຊູເອລາ.
ທ່ານເອກອັກຄະລັດຖະທູດ ຢືນຢັນຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເປັນຂົວຕໍ່, ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດກະສິກຳ ເຊິ່ງຫວຽດນາມ ມີທ່າແຮງກັບລັດ Portuguesa ກໍ່ຄືທ້ອງຖິ່ນຕ່າງໆຂອງເວເນຊູເອລາ ບົນພື້ນຖານຄວາມສາມາດບ່ົມຊ້ອນ, ທ່າແຮງຂອງຝ່າຍຕ່າງໆ.
ໂດຍ: ທູຈາງ