ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Dmitry Chernyshenko ຮອງນາຍົກລັດຖະມົນຕີສະຫະພັນລັດເຊຍ ເນັ້ນໜັກວ່າ ລັດເຊຍ ແລະຫວຽດນາມ ແມ່ນສອງປະເທດມີການພົວພັນມິດຕະພາບທີ່ເປັນມູນເຊື້ອດ້ວຍປະຫວັດສາດອັນຍາວນານ ແລະມີຄວາມສາມາດບົ່ມຊ້ອນຮ່ວມມືດ້ານເສດຖະກິດອັນໃຫຍ່ຫຼວງໃນຫຼາຍຂົງເຂດນັບແຕ່ພະລັງງານ, ກະສິກຳ, ເຕັກໂນໂລຊີປ່ຽນແປງໃໝ່, ມາດຕະການດີຈີຕອນໃຫ້ແກ່ບັນດາຂະແໜງອຸດສາຫະກຳພື້ນເມືອງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄໍາເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ-ສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Dmitry Chernyshenko ໃຫ້ຮູ້ວ່າ ເປົ້າໝາຍຫຼັກຂອງການຮ່ວມມືສອງຝ່າຍ ຫວຽດນາມ - ລັດເຊຍ ແມ່ນພັດທະນາບັນດາໂຄງການລະອຽດ ແລະປະຕິບັດການລົງທຶນເຊິ່ງກັນ ແລະກັນ ນຳມາເຊິ່ງໝາກຜົນອັນແທດຈິງ. ທ່ານ Dmitry Chernyshenko ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ສ້າງສະພາບແວດລ້ອມສະດວກໃຫ້ແກ່ການເຄື່ອນໄຫວຂອງບັນດາບໍລິສັດລັດເຊຍ ແລະຫວຽດນາມ ລົງທຶນຢູ່ຕະຫຼາດຂອງກັນ.

leftcenterrightdel
 
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ໂຕເລິມ ເລຂາທິການໃຫຍ່ ເນັ້ນໜັກວ່າ ວິສາຫະກິດສອງຝ່າຍຊຸກຍູ້ການຮ່ວມມືມີບົດບາດສຳຄັນໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ. ສອງຝ່າຍມີບັນດາເສົາຄ້ຳຮ່ວມມືສຳຄັນດ້ານພະລັງງານ, ອຸດສາຫະກຳ, ວິທະຍາສາດເຕັກໂນໂລຊີ ແລະບຳລຸງສ້າງຊັບພະຍາກອນມະນຸດ. ທ່ານ ໂຕເລິມ ຫວັງວ່າ ຜ່ານເວທີປາໄສຄັ້ງນີ້ ຈະມີຂໍ້ຕົກລົງຮ່ວມມືຫຼາຍສະບັບຂອງວິສາຫະກິດຂອງສອງປະເທດ ໄດ້ຮັບການລົງນາມ ເພື່ອໝູນໃຊ້ທ່າແຮງຂອງແຕ່ລະປະເທດ.

leftcenterrightdel
ຜູ້ແທນປະຕິບັດພິທີເປີດນໍາໃຊ້ໂຮງງານປຸງແຕ່ງນົມສົດ TH ຂອງກຸ່ມບໍລິສັດ TH ຢູ່ແຂວງ Kaluga, ສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໂຕເລິມ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີ, ຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການຄົມມະນາຄົມຂົນສົ່ງ, ການຄ້າເອເລັກໂຕນິກ, ການຮ່ວມມືດ້ານແຮງງານ...; ປາດຖະໜາວ່າ ລັດເຊຍ ຈະສ້າງເງື່ອນໄຂສະດວກໃຫ້ແກ່ນັກຄົ້ນຄວ້າຫວຽດນາມ ເຂົ້າຮ່ວມການຄົ້ນຄວ້າໃນບັນດາຂົງເຂດທີ່ລັດເຊຍ ມີທ່າແຮງ, ຄື: ນິວເຄຼຍ, ຟີຊິກພື້ນຖານ... ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ວິສາຫະກິດຕ່າງປະເທດລົງທຶນເຂົ້າຫວຽດນາມ, ໃນນັ້ນມີວິສາຫະກິດຂອງສະຫະພັນລັດເຊຍ.

* ເນື່ອງໃນໂອກາດນີ້, ການນຳຂັ້ນສູງຂອງສອງປະເທດ ໄດ້ດໍາເນີນພິທີກົດປຸ່ມເປີດນໍາໃຊ້ໂຮງງານປຸງແຕ່ງນົມສົດ TH ຢູ່ແຂວງ Kaluga, ສະຫະພັນລັດເຊຍ.

ໂດຍ: ໄຊຊະນະ