ການເຊື່ອມຕໍ່ການຄ້າລະຫວ່າງຫວຽດນາມ ແລະພາກພື້ນອາເມລິກາໃຕ້
ກປ.ອອນໄລ - ຕອນເຊົ້າວັນທີ 22 ເມສາ, ຢູ່ນະຄອນໂຮ່ຈີມິນ, ສູນສົ່ງເສີມການຄ້າ ແລະການລົງທຶນນະຄອນໂຮ່ຈີມິນ (ITPC) ສົມທົບກັບກົມສົ່ງເສີມການສົ່ງອອກ ຈີເລ (ProChile) ໄດ້ຈັດຕັ້ງກອງປະຊຸມສໍາມະນາ “ສົ່ງເສີມການຄ້າ-ການລົງທຶນຢູ່ຕະຫຼາດ ຈີເລ ແລະພາກພື້ນອາເມລິກາໃຕ້”.
    |
 |
ທ່ານນາງ ໂຮ່ທິກວຽນ ຮອງຜູ້ອຳນວຍການ ITPC ກ່າວຄຳເຫັນໄຂກອງປະຊຸມສໍາມະນາ. ພາບ: ກ່ຽວແອັງ |
ກ່າວຄຳເຫັນໄຂກອງປະຊຸມສໍາມະນາ, ທ່ານນາງ ໂຮ່ທິກວຽນ ຮອງຜູ້ອຳນວຍການ ITPC ເນັ້ນໜັກວ່າ: “ໃນສະພາບການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ, ຍູ້ແຮງການເຊື່ອມຕໍ່ກັບຕະຫຼາດ, ຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບແມ່ນໜ້າທີ່ຍຸດທະສາດປະກອບສ່ວນຍົກສູງທີ່ຕັ້ງຂອງປະເທດໃນເວທີສາກົນ. ຈີເລ ແມ່ນສະຖານທີ່ການລົງທຶນທີ່ຈັບອົກຈັບໃຈຍ້ອນສະພາບແວດລ້ອມແຫ່ງການດຳເນີນທຸລະກິດໂປ່ງໃສ, ນະໂຍບາຍປົກກະຕິ ແລະແມ່ນປະຕູສຳຄັນເພື່ອວິສາຫະກິດຫວຽດນາມ ເຂົ້າເຖິງຕະຫຼາດອາເມລິກາໃຕ້ ກວ້າງໃຫຍ່”.
    |
 |
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ກ່ຽວແອັງ |
ກອງປະຊຸມສໍາມະນາ ໄດ້ສຸມໃສ່ສະໜອງຂໍ້ມູນຂ່າວສານພຶດຕິກຳຕົວຈິງກ່ຽວກັບຄວາມສາມາດບົ່ມຊ້ອນຕະຫຼາດອາເມລິກາໃຕ້, ພິເສດແມ່ນ ຈີເລ - ປະເທດທີ່ມີພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ນະໂຍບາຍການຄ້າເປີດກວ້າງ ແລະແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ໃນພາກພື້ນ. ເນື້ອໃນຫົວເລື່ອງສະເພາະໂດຍຜູ້ຕາງໜ້າ ProChile ແລະຫ້ອງການກົມສົ່ງເສີມການຄ້າພາກໃຕ້, ກະຊວງອຸດສາຫະກຳ ແລະການຄ້າ ໄດ້ຍົກໃຫ້ເຫັນກາລະໂອກາດຮ່ວມມືສອງຝ່າຍໃນຂົງເຂດນໍາເຂົ້າ ແລະສົ່ງອອກ, ການລົງທຶນດ້ານພະລັງງານ, ຂຸດຄົ້ນແຮ່ທາດ, ເຕັກໂນໂລຢີສູງ ແລະກະສິກຳອັດສະລິຍະ. ປີ 2024, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະຈີເລ ບັນລຸເກືອບ 1,8 ຕື້ໂດລາສະຫະລັດ. ປະຈຸບັນ ຫວຽດນາມ ແມ່ນແຫຼ່ງສິນຄ້າໃຫຍ່ອັນດັບ 12 ຂອງ ຈີເລ, ໃນນັ້ນ ນະຄອນໂຮ່ຈີມິນ ປະກອບສ່ວນພໍສົມຄວນ.
ກອງປະຊຸມສໍາມະນາ ແມ່ນການເຄື່ອນໄຫວແທດຈິງປະກອບສ່ວນເຂົ້າໃນການຫັນແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນຂອງພັກ ແລະລັດເຮົາ ເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບໃຫ້ປະກົດຜົນເປັນຈິງ; ພ້ອມທັງແມ່ນບາດກ້າວສຳຄັນໃນຂະບວນການນຳວິສາຫະກິດຫວຽດນາມ ຂຶ້ນສູ່ຕະຫຼາດອາເມລິກາລາຕິນ ທີ່ກວ້າງໃຫຍ່, ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ.
ໂດຍ: ເຈິ່ນຮວ່ຽນ