ຫວຽດນາມ ແລະເວເນຊູເອລາ ເພີ່ມທະວີການຮ່ວມມືດ້ານກະສິກຳ
ທ່ານຮອງປະທານາທິບໍດີ ເວເນຊູເອລາ Jorge Marquez ຢັ້ງຢືນວ່າ ລັດຖະບານ ເວເນຊູເອລາ ມີຄວາມສະໜັບສະໜູນ ແລະພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບບັນດາວິສາຫະກິດຫວຽດນາມ ມາລົງທຶນເຂົ້າຂົງເຂດກະສິກຳຢູ່ ເວເນຊູເອລາ...
    |
 |
ທ່ານຮອງປະທານາທິບໍດີ ເວເນຊູເອລາ Jorge Marquez ແລະທ່ານ ສຈ, ປອ ຫງວຽນຮົ່ງເຊີນ. ພາບ: baoquocte.vn |
ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງກະສິກຳ ແລະທີ່ດິນ ເວເນຊູເອລາ, ໃນລະຫວ່າງວັນທີ 5-9 ມິຖຸນາ, ຄະນະປະຕິບັດງານຂອງກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ໂດຍທ່ານ ສຈ, ປອ ຫງວຽນຮົ່ງເຊີນ ເປັນຫົວໜ້າສະຖາບັນວິທະຍາສາດກະສິກຳຫວຽດນາມ (VAAS) ນຳໜ້າ, ໄປຢ້ຽມຢາມ, ເຮັດວຽກຢູ່ ເວເນຊູເອລາ. ໃນຂອບເຂດການເດີນທາງໄປປະຕິບັດງານ, ຄະນະໄດ້ພົບປະ, ເຮັດວຽກກັບເຈົ້າໜ້າທີ່ ເວເນຊູເອລາ, ໃນນັ້ນມີທ່ານຮອງປະທານາທິບໍດີເວເນຊູເອລາ Jorge Marquez ແລະທ່ານລັດຖະມົນຕີກະຊວງກະສິກຳ ແລະທີ່ດິນເວເນຊູເອລາ Julio Leon.
ທ່ານຮອງປະທານາທິບໍດີ ເວເນຊູເອລາ Jorge Marquez ຢັ້ງຢືນວ່າ ລັດຖະບານເວເນຊູເອລາ ມີຄວາມສະໜັບສະໜູນ ແລະພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບບັນດາວິສາຫະກິດຫວຽດນາມ ມາລົງທຶນເຂົ້າຂົງເຂດກະສິກຳຢູ່ເວເນຊູເອລາ. ຕາມທ່ານຮອງປະທານາທິບໍດີ ແລ້ວ, ເວເນຊູເອລາ ໄດ້ກະກຽມດິນກະສິກຳ 100.000 ເຮັກຕາ ເພື່ອສະຫງວນໃຫ້ແກ່ບັນດານັກລົງທຶນ ຫວຽດນາມ.
ສ່ວນທ່ານ ສຈ, ປອ ຫງວຽນຮົ່ງເຊີນ ໄດ້ຢັ້ງຢືນວ່າ ຝ່າຍຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງ ແລະແບ່ງປັນບົດຮຽນປະສົບການກັບ ເວເນຊູເອລາ ບົນຈິດໃຈຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕາມທ່ານ ສຈ, ປອ ຫງວຽນຮົ່ງເຊີນ ແລ້ວ, ການຮ່ວມມືໃນຂົງເຂດກະສິກຳ ຈະກາຍເປັນໜຶ່ງໃນບັນດາເສົາຄ້ຳຍຸດທະສາດໃນການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ ເວເນຊູເອລາ ໂດຍໄວ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ