ຫວຽດນາມ ສ້າງຕັ້ງການພົວພັນທາງການທູດກັບ ໂຊວຽດ (ປະຈຸບັນແມ່ນສະຫະພັນລັດເຊຍ) ໃນປີ 1950. ການພົວພັນທາງການທູດລະຫວ່າງສອງປະເທດໄດ້ພັດທະນາຢ່າງແຂງແຮງ, ບັນລຸໄດ້ບັນດາຜົນງານໃນຫຼາຍຂົງເຂດ. ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2012; ໄດ້ປະກາດໃຊ້ຖະແຫຼງການຮ່ວມກ່ຽວກັບວິໄສທັດລວມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຮອດປີ 2030 ໃນປີ 2021. ພິເສດ, ນັບແຕ່ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະສະຫະພັນເສດຖະກິດ ອາຊີ-ເອີລົບ (EAEU) ມີຜົນສັກສິດ, ການເຕີບໂຕຂອງວົງເງິນການຄ້າລະຫວ່າງ ຫວຽດນາມ ແລະລັດເຊຍ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ. ສະນັ້ນ, ການຢ້ຽມຢາມລັດເຊຍ ຢ່າງເປັນທາງການຂອງທ່ານ ໂຕເລິມ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ ຈະເປີດກາລະໂອກາດຮ່ວມມືຫຼາຍຢ່າງລະຫວ່າງສອງປະເທດ.

ການພົວພັນທີ່ມີມາແຕ່ເຫິງນານ

ຂໍ້ມູນຈາກກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ: ໃນປີ 2024, ການແລກປ່ຽນສິນຄ້າລະຫວ່າງສອງຝ່າຍບັນລຸ 4,58 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 26,1% ເມື່ອທຽບໃສ່ປີ 2023; ໃນນັ້ນ, ການສົ່ງອອກຂອງຫວຽດນາມ ໄປຍັງ ລັດເຊຍ ບັນລຸ 2,34 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 34%. ໃນທິດທາງກົງກັນຂ້າມ, ຫວຽດນາມ ນຳເຂົ້າຈາກລັດເຊຍ ບັນລຸ 2,24 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18,9%.

ໃນຂົງເຂດອຸດສາຫະກຳ, ສອງຝ່າຍໄດ້ຜັນຂະຫຍາຍບາງການເຄື່ອນໄຫວຮ່ວມມື. ລະອຽດແມ່ນສໍາລັບການນຳເຂົ້າ ແລະສົ່ງອອກວັດຖຸດິບເພື່ອຮັບໃຊ້ໃຫ້ແກ່ການຜະລິດອຸດສາຫະກຳ, ວິສາຫະກິດຫວຽດນາມ ຍັງນຳເຂົ້າຖ່ານຫີນຈາກຄູ່ຮ່ວມມືຂອງລັດເຊຍ ຢ່າງເປັນປະຈຳ ເພື່ອຮັບໃຊ້ຄວາມຕ້ອງການຢູ່ພາຍໃນປະເທດ. ນອກຈາກນັ້ນ, ໄດ້ລົງນາມໃນອະນຸສັນຍາລະຫວ່າງຫວຽດນາມ ແລະລັດເຊຍ ກ່ຽວກັບການໜູນຊ່ວຍການຜະລິດລົດຍົນຢູ່ຫວຽດນາມ.

leftcenterrightdel
ຮ້ານວາງສະແດງຜະລິດຕະພັນຂອງວິສາຫະກິດຫວຽດນາມ ຢູ່ງານຕະຫຼາດນັດຂອງລັດເຊຍ. ພາບເອກະສານ: ສໍານັກຂ່າວສານຫວຽດນາມ.

ພິເສດ, ການຮ່ວມມືໃນຂົງເຂດພະລັງງານ-ນ້ຳມັນອາຍແກັດ ແມ່ນເສົາຄ້ຳສຳຄັນແຖວໜ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ-ລັດເຊຍ. ປະຈຸບັນ, ການຮ່ວມມືໃນຂົງເຂດພະລັງງານ-ນ້ຳມັນອາຍແກັດລະຫວ່າງຫວຽດນາມ ແລະລັດເຊຍ ບໍ່ພຽງແຕ່ດໍາເນີນໃນຂົງເຂດຊອກຫາ, ຂຸດຄົ້ນນ້ຳມັນດິບເທົ່ານັ້ນ ຫາກຍັງໄດ້ເປີດກວ້າງໄປສູ່ຂົງເຂດທີ່ມີແງ່ຫວັງອີກດ້ວຍ.

ທ່ານ ເຢືອງຮວ່າງມິງ, ທີ່ປຶກສາດ້ານການຄ້າຫວຽດນາມ ປະຈໍາ ລັດເຊຍ ແບ່ງປັນວ່າ ຫວຽດນາມ ແລະລັດເຊຍ ແມ່ນສອງປະເທດທີ່ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ນັບແຕ່ປີ 2012. ປີ 2015 ຫວຽດນາມ ແລະສະຫະພັນເສດຖະກິດ ອາຊີ-ເອີລົບ (EAEU) ໄດ້ລົງນາມໃນ FTA ເພື່ອສ້າງກອບນິຕິກໍາທີ່ສ້າງຄວາມສະດວກໃຫ້ແກ່ວິສາຫະກິດ. ມາຮອດປະຈຸບັນ, ເກືອບ 90% ຜະລິດຕະພັນທີ່ສົ່ງອອກຈາກຫວຽດນາມ ໄປຍັງລັດເຊຍ ມີລະດັບພາສີນຳເຂົ້າ ແມ່ນ 0% ຫຼື ໃນລະດັບຕ່ຳສຸດ, ສ້າງທ່າໄດ້ປຽບໃຫ້ວິສາຫະກິດຫວຽດນາມ.

ທ່ານນາງ Meshcheryakova Elena, ຫົວໜ້າຫ້ອງການພັດທະນາຍຸດທະສາດ, ສູນການຄ້າ Food City ໄດ້ແບ່ງປັນວ່າ ຫວ່າງມໍ່ໆມານີ້, ຜະລິດຕະພັນກະເສດຂອງຫວຽດນາມ ໄດ້ເພີ່ມຂຶ້ນຢູ່ຕະຫຼາດລັດເຊຍ, ສິນຄ້າບາງຊະນິດໄດ້ປັບປຸງທີ່ຕັ້ງໃນຕະຫຼາດ, ພິສູດໃຫ້ເຫັນວ່າສິນຄ້າຂອງຫວຽດນາມ ມີຄຸນນະພາບດີ ແລະໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກລັດເຊຍ.

ເປີດກາລະໂອກາດ

ທ່ານນາງ ເຈີ່ນທິງອກທຸ໋ຍ, ຜູ້ອໍານວຍການບໍລິສັດການຄ້າ ແລະການບໍລິການ OCOP Center ຈໍາກັດ, ໃຫ້ຮູ້ວ່າ: ບໍລິສັດ OCOP Center ແມ່ນຫົວໜ່ວຍທີ່ໄດ້ຮັບອະນຸຍາດຈາກຜູ້ຜະລິດຜະລິດຕະພັນກະເສດທີ່ເປັນເອກະລັກແຖວໜ້າຂອງຫວຽດນາມ ກວ່າ 100 ແຫ່ງ, ປະຈຸບັນໄດ້ຈຳໜ່າຍຜະລິດຕະພັນທີ່ໄດ້ຮັບການຢັ້ງຢືນ OCOP ປະມານ 500 ປະເພດ (ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ). ບັນດາຜະລິດຕະພັນດັ່ງກ່າວບໍ່ພຽງແຕ່ມີເອກະລັກວັດທະນະທຳອັນເລິກເຊິ່ງເທົ່ານັ້ນ ຫາກຍັງໄດ້ຕອບສະໜອງມາດຕະຖານການສົ່ງອອກ ແລະໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກຢູ່ພາຍໃນປະເທດອີກດ້ວຍ.

ເຖິງຢ່າງໃດກໍ່ຕາມ, ທ່ານນາງ ເຈິ່ນທິງອກທຸ໋ຍ ກໍ່ຊີ້ອອກບັນດາສິ່ງທ້າທາຍກ່ຽວກັບກົນໄກນະໂຍບາຍ ແລະກົນໄກທີ່ກ່ຽວຂ້ອງເຖິງການຜ່ານດ່ານຂອງສິນຄ້າຢູ່ທ່າກຳປັ່ນທະເລ, ດ່ານຊາຍແດນໃນຂະນະທີ່ຈຸດພິເສດຂອງຜະລິດຕະພັນກະເສດມີເວລາເກັບຮັກສາຈຳກັດ. ສະນັ້ນ, ບໍລິສັດຫວັງວ່າກົນໄກນະໂຍບາຍຈະໄດ້ຮັບການແກ້ໄຂ, ພິເສດແມ່ນການຢ້ຽມຢາມລັດເຊຍ ຂອງທ່ານ ໂຕເລິມ ຈະເປີດກາລະໂອກາດເພື່ອຍົກລະດັບການພົວພັນດ້ານການຄ້າ, ສ້າງເງື່ອນໄຂໃຫ້ຜະລິດຕະພັນກະເສດແຊກຊຶມເຂົ້າລັດເຊຍ ຢ່າງແຂງແຮງ.

ເພື່ອເພີ່ມທະວີການສົ່ງອອກໄປຍັງລັດເຊຍ, ທ່ານ ເຢືອງຮວ່າງມິງ, ທີ່ປຶກສາດ້ານການຄ້າຫວຽດນາມ ປະຈໍາ ລັດເຊຍ ຖືວ່າ: ດ້ວຍຕະຫຼາດໃຫຍ່, ມີຫຼາຍຮູບຫຼາຍແບບ ແລະມີຄວາມສາມາດແກ່ງແຍ້ງຫຼາຍຄືລັດເຊຍ, ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍກວມເອົາສ່ວນຕະຫຼາດຂ້ອນຂ້າງໃຫຍ່, ວິສາຫະກິດຕ້ອງສ້າງຍຸດທະສາດຕຳແໜ່ງທີ່ຕັ້ງເຄື່ອງໝາຍການຄ້າຢ່າງເປັນລະບົບ ແລະແຜນການຜັນຂະຫຍາຍຢ່າງລະອຽດ. ຄຽງຄູ່ກັບການເຂົ້າຮ່ວມການສົ່ງເສີມການຄ້າຢ່າງເປັນປະຈໍາ, ວິສາຫະກິດຕ້ອງເປີດຫ້ອງການຜູ້ຕາງໜ້າ ຫຼືສ້າງຕັ້ງບໍລິສັດຍ່ອຍ, ສົ່ງພະນັກງານໄປເຮັດວຽກຢູ່ລັດເຊຍ ເພື່ອອັບເດດສະພາບການ, ທ່າອ່ຽງຂອງຕະຫຼາດ ກໍ່ຄືຄວາມລື້ງເຄີຍດ້ານການຄ້າເພື່ອຮັບໃຊ້ໃຫ້ແກ່ການກໍ່ສ້າງ ແລະຜັນຂະຫຍາຍຍຸດທະສາດດຳເນີນທຸລະກິດ.

ທີ່ການຕ້ອນຮັບ ແລະເຮັດວຽກກັບທ່ານ Gennady Bezdetko ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ລັດເຊຍ ປະຈຳ ຫວຽດນາມ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະລັດເຊຍ, ພິເສດແມ່ນໃນຂົງເຂດເສດຖະກິດ-ການຄ້າ, ພະລັງງານ ແລະການຮ່ວມມືລົງທຶນ.

ທ່ານ ຫງວຽນຮົ່ງຢຽນ ສະເໜີໃຫ້ຝ່າຍລັດເຊຍ ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າໃນສະຫະພັນເສດຖະກິດອາຊີ-ເອີລົບ (EAEU), ຊຸກຍູ້ຍົກເລີກມາດຕະການປ້ອງກັນຕົວທີ່ພວມນຳໃຊ້ຕໍ່ກັບຜະລິດຕະພັນແຜ່ນແພ ແລະເກີບຂອງຫວຽດນາມ ໃນຂອບເຂດສັນຍາ FTA ຫວຽດນາມ - EAEU ແນໃສ່ຍົກສູງປະສິດທິຜົນການຮ່ວມມືດ້ານການຄ້າລະຫວ່າງສອງຝ່າຍ.

ໃນຂົງເຂດພະລັງງານ, ສອງຝ່າຍຈະສືບຕໍ່ເປີດກວ້າງການຮ່ວມມືດ້ານນ້ຳມັນອາຍແກັດ ຫວຽດນາມ ແລະ ລັດເຊຍ. ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ພວມປັບປຸງກົນໄກດ້ານນິຕິກໍາໃຫ້ປະເພດພະລັງງານ. ວິສາຫະກິດລັດເຊຍ ຄວນເອົາໃຈໃສ່, ຄົ້ນຄວ້າຂໍ້ກຳນົດການລົງທຶນຢ່າງລະອຽດ ແລະເລືອກເອົາໂຄງການທີ່ເໝາະສົມເພື່ອເຂົ້າຮ່ວມການປະມູນຢູ່ຫວຽດນາມ.

ພິເສດ, ສອງຝ່າຍໄດ້ຢືນຢັນຄວາມຕັດສິນໃຈ, ສ້າງການປ່ຽນແປງຢ່າງແທດຈິງໃນຂົງເຂດເສດຖະກິດ- ການຄ້າ, ພະລັງງານ, ການລົງທຶນ ແລະກະສິກຳ; ສົມທົບກັນຢ່າງແໜ້ນແຟ້ນໃນການກະກຽມໃຫ້ແກ່ການຢ້ຽມຢາມ ແລະເຫດການຂັ້ນສູງທີ່ຈະມາເຖິງນີ້ ເພື່ອປະກອບສ່ວນປັບປຸງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ເລິກເຊິ່ງກວ່າອີກ.

ໂດຍ: ຈາງຫງວຽນ