ນີ້ແມ່ນພະຍານຫຼັກຖານສະແດງໃຫ້ເຫັນການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ບໍ່ພຽງແຕ່ປະກອບສ່ວນຍົກສູງສະມັດຕະພາບສິນໃນນໍ້າເທົ່ານັ້ນ, ຫາກຍັງເປີດແງ່ຫວັງພັດທະນາແບບຍືນຍົງໃຫ້ແກ່ຂະແໜງສິນໃນນໍ້າຂອງກູບາ. ຮອບວຽນການຜະລິດທໍາອິດໄດ້ຜັນຂະຫຍາຍແຕ່ປີ 2024, ໄດ້ຮັບຜົນທີ່ໜ້າປະທັບໃຈ. ພາຍຫຼັງເວລາ 121 ວັນ, ໜອງທົດລອງ 5 ແຫ່ງຢູ່ເຂດ Santa Cruz del Sur ຂອງແຂວງ Camagüey ໄດ້ໃຫ້ຜົນການເກັບກ່ຽວກຸ້ງ 20 ໂຕນ, ບັນລຸສະມັດຕະພາບ 4 ໂຕນ/ເຮັກຕາ, ເປັນຕົວເລກທີ່ເປັນໜ້າສົ່ງເສີມໃນສະພາບການທີ່ຂະແໜງສິນໃນນໍ້້າຂອງ ກູບາ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

leftcenterrightdel
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ

ຜົນສຳເລັດດັ່ງກ່າວແມ່ນຍ້ອນມີການປະກອບສ່ວນທີ່ສຳຄັນຂອງຄະນະຊ່ຽວຊານຫວຽດນາມ ພ້ອມກັບນັກເຕັກນິກກູບາ ໃນຕະຫຼອດວິວັດການຜັນຂະຫຍາຍໂຄງການ. ໂຄງການຮ່ວມມືດັ່ງກ່າວໄດ້ເປີດແງ່ຫວັງໃໝ່ໃຫ້ແກ່ຂະແໜງສິນໃນນໍ້າຂອງກູບາ, ບໍ່ພຽງແຕ່ແກ້ໄຂບັນຫາຄ້ຳປະກັນສະບຽງອາຫານເທົ່ານັ້ນ, ຫາກຍັງສ້າງປະຖົມປັດໄຈດຶງດູດການລົງທຶນເຂົ້າໃນຂົງເຂດກະສິກຳເຕັກໂນໂລຢີສູງ.

ກູບາ ພວມເປັນເຈົ້າຂອງເຕັກໂນໂລຢີລ້ຽງກຸ້ງທັນສະໄໝເທື່ອລະກ້າວ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ ແລະເປັນເຈົ້າຕົນເອງໃນການຜະລິດສິນໃນນໍ້າ. ຜົນສຳເລັດຂອງໂຄງການດັ່ງກ່າວອີກຄັ້ງໜຶ່ງຢັ້ງຢືນພະລັງຊີວິດແຂງແຮງຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ກູບາ, ພ້ອມທັງເປີດໄລຍະໃໝ່ໃນການຮ່ວມມືດ້ານເສດຖະກິດ-ເຕັກນິກ ລະຫວ່າງສອງປະເທດບົນຈິດໃຈທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະພັດທະນາແບບຍືນຍົງ.

ໂດຍ: ທູຈາງ