ງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ 2025 (Mekong Tourism Forum 2025) ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 26 ມິຖຸນາ ຢູ່ນະຄອນຫຼວງພະບາງ, ສປປ ລາວ. ນີ້ແມ່ນງານມະຫາກໍາປະຈໍາປີໃຫຍ່ທີ່ສຸດຂອງຂະແໜງການທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS), ປີນີ້ດຳເນີນແຕ່ວັນທີ 25 ຫາວັນທີ 29 ມິຖຸນາ ພາຍໃຕ້ຫົວຂໍ້ “ເດີນທາງຮ່ວມກັນ-ພ້ອມກັນເຂັ້ມແຂງຂຶ້ນກວ່າເກົ່າ”.
    |
 |
ຜູ້ແທນທີ່ພິທີເປີດງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ 2025. ພາບ: ຫາຍຕ໊ຽນ. |
ງານມະຫາກໍາປີນີ້ ໄດ້ສ້າງບາດລ້ຽວໃນການຮ່ວມມືພາກພື້ນ, ໃນສະພາບການທ່ອງທ່ຽວພວມເຕີບໂຕຢ່າງວ່ອງໄວ ແລະຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນກ່ຽວກັບການພັດທະນາແບບຍືນຍົງ, ກວມລວມ ແລະປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ.
ໃຫ້ຄໍາໝັ້ນສັນຍາຮ່ວມມືພາກພື້ນເພື່ອການທ່ອງທ່ຽວສີຂຽວ ແລະກວມລວມ
ກ່າວຄໍາເຫັນເປີດພິທີ, ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງວັດທະນະທຳ ແລະທ່ອງທ່ຽວລາວ ໄດ້ຢືນຢັນວ່າ: “ງານມະຫາກໍາປີນີ້ ໄດ້ສ່ອງແສງໃຫ້ເຫັນຄໍາໝັ້ນສັນຍາລວມຂອງພວກເຮົາໃນການຊຸກຍູ້ການທ່ອງທ່ຽວແບບຍືນຍົງຜ່ານການຮ່ວມມືພາກພື້ນທີ່ເລິກເຊິ່ງກວ່າ. ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາ ດັດປັບການກະທໍາແນໃສ່ໜູນຊ່ວຍວິໄສທັດຂອງຍຸດທະສາດການທ່ອງທ່ຽວແບບຍືນຍົງ GMS 2030”.
    |
 |
ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະທ່ອງທ່ຽວລາວ ກ່າວຄໍາເຫັນເປີດງານມະຫາກໍາການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ 2025. ພາບ: vov.vn |
ທ່ານ ນາງ ດາລານີ ພົມມະວົງສາ ໃຫ້ຮູ້ວ່າ ພາກພື້ນ GMS ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 86 ລ້ານເທື່ອຄົນໃນປີ 2023, ການທ່ອງທ່ຽວພາຍໃນປະເທດໄດ້ສວມບົດບາດສຳຄັນ, ສົ່ງຜົນເຮັດໃຫ້ມີນັກທ່ອງທ່ຽວເດີນທາງມາທ່ຽວກວ່າ 9,5 ລ້ານເທື່ອຄົນ. ຂະແໜງການທ່ອງທ່ຽວສ້າງລາຍຮັບໄດ້ປະມານ 158 ຕື້ USD ແລະສ້າງວຽກເຮັດງານທຳກວ່າ 20 ລ້ານວຽກ. ເປົ້າໝາຍຮອດປີ 2030 ແມ່ນບັນລຸລາຍຮັບການທ່ອງທ່ຽວໃຫ້ໄດ້ກວ່າ 200 ຕື້ USD ໃນແຕ່ລະປີ.
ສະເພາະຢູ່ ສປປ ລາວ, ປີ 2024 ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 4 ລ້ານກວ່າເທື່ອຄົນ, ນໍາເອົາເງິນຕາຕ່າງປະເທດມາໃຫ້ 1,42 ຕື້ USD. ການທ່ອງທ່ຽວພາຍໃນປະເທດບັນລຸເກືອບ 4 ລ້ານເທື່ອຄົນ, ປະກອບເພີ່ມເຕີມ 633 ລ້ານ USD. ທ່ານນາງ ດາລານີ ພົມມະວົງສາ ເນັ້ນໜັກວ່າ: “ມໍລະດົກຮ່ວມຂອງແມ່ນ້ຳຂອງ-ຈາກປະເພນີຂອງຊາດ, ມໍລະດົກທາງຈິດວິນຍານຈົນເຖິງທິວທັດທຳມະຊາດ-ແມ່ນພື້ນຖານອັນໜັກແໜ້ນເພື່ອກໍ່ສ້າງຂະແໜງການທ່ອງທ່ຽວໃຫ້ເຂັ້ມແຂງ, ກວມລວມ ແລະມີການແກ່ງແຍ້ງແຂ່ງຂັນກວ່າອີກ”.
ຫຼວງພະບາງ: ມໍລະດົກ - ກໍາລັງໜູນ - ການເຊື່ອມຕໍ່
ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ - ຫົວໜ່ວຍເປັນເຈົ້າພາບຈັດງານມະຫາກໍາການທ່ອງທ່ຽວ ໄດ້ເນັ້ນໜັກເຖິງບົດບາດໃຈກາງຂອງຫຼວງພະບາງ ໃນຍຸດທະສາດການທ່ອງທ່ຽວລະດັບຊາດ ແລະພາກພື້ນ. ທ່ານ ບຸນເລື່ອມ ມະນີວົງ ໃຫ້ຮູ້ວ່າ: “ຫຼວງພະບາງ ເປັນໜຶ່ງໃນບັນດາແຂວງພາກເໜືອຂອງລາວ, ມີປະຫວັດຄວາມເປັນມາ, ການອະນຸລັກຮັກສາ ແລະ ພັດທະນາມາໄດ້ 1.200 ກວ່າປີ. ປີ 1995, ອົງການ UNESCO ໄດ້ຮັບຮອງເອົາ ຫຼວງພະບາງ ເປັນເມືອງມໍລະດົກຂອງໂລກ. ໂດຍອີງໃສ່ຄວາມສາມາດບົ່ມຊ້ອນນີ້, ແຂວງຫຼວງພະບາງ ໄດ້ໃຫ້ບຸລິມະສິດໃນການພັດທະນາການທ່ອງທ່ຽວດ້ານການບໍລິການ”.
    |
 |
ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ເນັ້ນໜັກເຖິງບົດບາດໃຈກາງຂອງແຂວງຫຼວງພະບາງ ໃນຍຸດທະສາດການທ່ອງທ່ຽວແຫ່ງຊາດຂອງລາວ ແລະພາກພື້ນ. ພາບ: vov.vn |
ປີ 2024, ແຂວງຫຼວງພະບາງ ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 2,32 ລ້ານເທື່ອຄົນ. ໃນ 5 ເດືອນຕົ້ນປີ 2025, ຕົວເລກນີ້ບັນລຸ 1,74 ລ້ານເທື່ອຄົນ, ເພີ່ມຂຶ້ນ 129,44% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເຮັດໃຫ້ເສດຖະກິດຂອງແຂວງມີການຂະຫຍາຍຕົວໃນລະດັບ 5,2% ຕໍ່ປີ.
ທ່ານ ບຸນເລື່ອມ ມະນີວົງ ໃຫ້ຮູ້ຕື່ມອີກວ່າ ແຂວງຫຼວງພະບາງ ພວມຊຸກຍູ້ການເຊື່ອມຕໍ່ພາກພື້ນ ຜ່ານເສັ້ນທາງລົດໄຟ ລາວ-ຈີນ, ທາງບົກ, ທາງອາກາດ ແລະທາງນ້ຳ, ພ້ອມທັງພະຍາຍາມອະນຸລັກຮັກສາເອກະລັກທາງດ້ານວັດທະນະທຳ-ສາສະໜາ-ຊຸມຊົນ ເພື່ອສ້າງແຫຼ່ງທ່ອງທ່ຽວແບບຍືນຍົງ, ມີຄຸນນະພາບສູງ.
ທ່ານຮອງເຈົ້າແຂວງຫຼວງພະບາງ ຢັ້ງຢືນວ່າ: “ງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ 2025 ແມ່ນເຫດການສຳຄັນເພື່ອຊຸກຍູ້ການຮ່ວມມື, ເປັນສະຖານທີ່ເພື່ອໃຫ້ພວກເຮົາແລກປ່ຽນປະສົບການ ແລະສ້າງວິໄສທັດຮ່ວມໃຫ້ແກ່ໄລຍະ 2026-2030, ມຸ່ງໄປເຖິງການກາຍເປັນສະຖານທີ່ທ່ອງທ່ຽວແຖວໜ້າຢູ່ອະນຸພາກພື້ນ ແລະໃນທົ່ວໂລກ”.
ປະກາດຍຸດທະສາດການທ່ອງທ່ຽວ GMS 2026-2030
ງານມະຫາກໍາການທ່ອງທ່ຽວປີນີ້ໄດ້ເຕົ້າໂຮມຜູ້ແທນນັບຫຼາຍຮ້ອຍຄົນຈາກ 6 ປະເທດ GMS (ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະຫວຽດນາມ), ພ້ອມກັບບັນດາອົງການພັດທະນາ, ຄື: ທະນາຄານພັດທະນາອາຊີ (ADB), ອົງການທ່ອງທ່ຽວໂລກແຫ່ງສະຫະປະຊາຊາດ (UNWTO), ສະມາຄົມການທ່ອງທ່ຽວອາຊີ-ປາຊີຟິກ (PATA), ຄູ່ຮ່ວມມືພາກເອກະຊົນ ແລະປະຊາຄົມທ້ອງຖິ່ນ.
    |
 |
ປະກາດແຜນຍຸດທະສາດການທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ໄລຍະ 2026-2030. ພາບ: vov.vn |
MTF 2025 ບໍ່ພຽງແຕ່ເປັນບ່ອນແບ່ງປັນພຶດຕິກໍາຕົວຈິງ ແລະຂໍ້ລິເລີ່ມປ່ຽນແປງໃໝ່ເທົ່ານັ້ນ, ຫາກຍັງເປັນບ່ອນເຊື່ອມຕໍ່ຍຸດທະສາດໃຫ້ແກ່ໄລຍະຟື້ນຟູການທ່ອງທ່ຽວຮອບດ້ານ, ຍືນຍົງ ແລະມີໄຫວພິບກວ່າ.
ໜຶ່ງໃນບັນດາຂີດໝາຍສຳຄັນຂອງງານມະຫາກໍາການທ່ອງທ່ຽວແມ່ນພິທີປະກາດຍຸດທະສາດການທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ໄລຍະ 2026-2030, ໂດຍບັນດາປະເທດສະມາຊິກໄດ້ສົມທົບກັນກໍ່ສ້າງພ້ອມກັບທະນາຄານພັດທະນາອາຊີ (ADB) ແລະຫ້ອງການປະສານງານການທ່ອງທ່ຽວແມ່ນ້ຳຂອງ (MTCO).
ຍຸດທະສາດໄດ້ວາງການກໍານົດທິດຫຼັກແຫຼ່ງ: ພັດທະນາການທ່ອງທ່ຽວສີຂຽວ, ຍົກສູງຄວາມສາມາດຕ້ານທານ ແລະການປັບຕົວກັບດິນຟ້າອາກາດ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງປະເທດ, ພິເສດແມ່ນຢູ່ແລວທາງການທ່ອງທ່ຽວຫຼັກ; ຫັນຜະລິດຕະພັນການທ່ອງທ່ຽວທີ່ມີຄຸນນະພາບສູງໃຫ້ເປັນຫຼາຍຮູບແບບ, ສົມທົບກັບຄຸນຄ່າທາງດ້ານວັດທະນະທໍາ-ນິເວດວິທະຍາ; ສົ່ງເສີມການຫັນເປັນດີຈີຕອນ, ການໂຄສະນາອັດສະລິຍະ ແລະຍົກສູງກໍາລັງຄວາມສາມາດບໍລິຫານສະຖານທີ່ທ່ອງທ່ຽວ; ຂະຫຍາຍບົດບາດຂອງຊຸມຊົນ ແລະພາກເອກະຊົນໃນການອອກແບບ ແລະຜັນຂະຫຍາຍຜະລິດຕະພັນ.
ຍຸດທະສາດນີ້ຈະເປັນພື້ນຖານໃຫ້ແກ່ການຮ່ວມມືລະຫວ່າງລັດຖະບານ ແລະການລົງທຶນໃນໄລຍະຍາວ, ປະກອບສ່ວນຢັ້ງຢືນ GMS ເປັນແຫຼ່ງທ່ອງທ່ຽວທົ່ວໂລກທີ່ເຕັມໄປດ້ວຍສີສັນ, ມີຄວາມສາມາດແກ່ງແຍ້ງ ແລະຍືນຍົງໃນສະພາບການໂລກມີການຜັນແປຢ່າງໄວວາ.
ງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ 2025 ໄດ້ຢັ້ງຢືນບົດບາດໃຈກາງຂອງການຮ່ວມມືຢູ່ພາກພື້ນໃນການສ້າງອະນາຄົດການທ່ອງທ່ຽວ GMS - ອະນາຄົດທີ່ຍືນຍົງ, ກວມລວມ ແລະຈະເລີນຮຸ່ງເຮືອງໃຫ້ແກ່ທຸກປະເທດ ແລະຊຸມຊົນ.
ໂດຍ: ໄຊຊະນະ